ເຈົ້າໜ້າທີ່ຂັ້ນສູງ ອາເມລິກາ ໄປສ.ເກົາຫຼີ ປຶກສາຫາລືກ່ຽວກັບສະພາບການ ສປປ.ເກົາຫຼີ

ເຈົ້າໜ້າທີ່ຂັ້ນສູງ ອາເມລິກາ ໄປສ.ເກົາຫຼີ ປຶກສາຫາລືກ່ຽວກັບສະພາບການ ສປປ.ເກົາຫຼີ - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Lee Kyung soo
ແລະ ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ
(ພາບ: TTXVN)


(vovworld) – ຕ​ອນບ່າຍ​ວັນ​ທີ 05/10, ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຮັບຜິດຊອບ​ບັນດາ​ບັນຫາ​ອາຊີ​ຕາ​ເວັນ​ອອກ - ປາຊີ​ຝິກ Daniel Russel ​ແລະ ຜູ້​ຊ່ວຍວຽກ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​ຮັບຜິດຊອບ​​ອາຊີ​ - ປາຊີ​ຝິກ  David Shear ​ໄດ້​ໄປ​ເຖິງ​ນະຄອນຫຼວງ ​ເຊີ​ອູ​ນ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສ.​ເກົາຫຼີ ​ເປັນ​ເວລາ 3 ວັນ. ຕາມ​ແຜນການ, ຜູ້​ຊ່ວຍ​ວຽກ 2 ທ່ານນີ້ ຈະ​ປຶກສາ​ຫາລື​ກັບ​ວົງ​ການ​ເຈົ້າ​ໜ້າ​ທີ່​ປະ​ເທດ​ເຈົ້າພາບ​ກ່ຽວ​ກັບ​ຫຼາຍ​ບັນຫາ, ​ໃນ​ນັ້ນ​ມີ​ສະພາບ​ການ​ຂອງ ສປປ.​ເກົາ​ຫຼີ.

    ກະຊວງ​ການ​ຕ່າງປະ​ເທດສ.​ເກົາຫຼີ ​ໄດ້​ຢັ້ງຢືນວ່າ ເຈົ້າ​ໜ້າ​ທີ່ 2 ທ່ານ​ດັ່ງກ່າວຈະ​ພົບ​ປະ​ກັບ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ຜູ້ຮັບຜິດຊອບ​ບັນດາ​ບັນຫາ​ການ​ເມືອງ​ສ.​ເກົາຫຼີ Lee Kyung soo ​ໃນ​ຕອນ​ເຊົ້າ​ວັນ​ທີ 06/10 ກ່ອນ​ທີ່​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Yun Byung-se.

        ການ​ຢ້ຽມຢາມ​ຄັ້ງ​ນີ້​ດຳ​ເນີນ​ໄປ​ພາຍຫຼັງວັນ​ທີ 04/10 ທີ່​ມີເຈົ້າ​ໜ້າ​ທີ່​ອັນ​ດັບ​ໜຶ່ງ​ຂອງ​ສປປ.​ເກົາຫຼີ 3 ທ່ານ​​ໄດ້ໄປ​ເຖິງ Incheon, ນະຄອນທ່າ​ກຳ​ປັນ​ທາງ​ທິດຕາ​ເວັນ​ຕົກ​ຂອງ​ສ.​ເກົາຫຼີ ໂດຍ​ບັງ​ເອີນ, ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ປິດ​ງານ​ມະຫາ​ກຳ​ກິລາ​ອາຊີ (ASIAD) ຄັ້ງ​ທີ 17.

ຂ່າວ/ບົດ​ອື່ນ