ເຊິດ​ຊູ 100 ​ຊາວ​ກະ​ສິ​ກອນ​ຫວຽດ​ນາມ ດີ​ເດັ່ນປີ 2022

(VOVWORLD) - ປີນີ້, ຄະນຈັດຕັ້ງໄດ້ຕົກລົງມອບນາມມະຍົດຊາວກະສິກອນຫວຽດນາມ ດີເດັ່ນໃຫ້ແກ່ 100 ຄົນ.
ເຊິດ​ຊູ 100 ​ຊາວ​ກະ​ສິ​ກອນ​ຫວຽດ​ນາມ ດີ​ເດັ່ນປີ 2022  - ảnh 1

 ກອງປະຊຸມຖະແຫຼງຂ່າວກ່ຽວກັບ “ລາຍການຄວາມເອກອ້າງທະນົງໃຈຊາວກະສິກອນຫວຽດນາມປີ 2022” (ພາບ: danviet.vn)

ພິທີເຊີດຊູ ແລະ ມອບນາມມະຍົດ “100 ຊາວກະສິກອນຫວຽດນາມ ດີເດັ່ນປີ 2022“ ຈະຖືກຈັດຂຶ້ນໃນວັນທີ 14 ຕຸລາຢູ່ຮ່າໂນ້ຍ. ນີ້ແມ່ນຂ່າວໄດ້ຍົກອອກມາໃນກອງປະຊຸມຖະແຫຼງຂ່າວ “ລາຍການຄວາມເອກອ້າງທະນົງໃຈຊາວກະສິກອນຫວສຽດນາມປີ 2022” ໂດຍສູນກາງຊາວກະສິກອນຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 3 ຕຸລາຢູ່ຮ່າໂນ້ຍ.

ຕາມຄະນະຈັດຕັ້ງແລ້ວ, ພິທີເຊີດຊູ ແລະ ມອບນາມມະຍົດ “100 ຊາວກະສິກອນຫວຽດນາມ ດີເດັ່ນປີ 2022“ ແມ່ນການເຄື່ອນໄຫວທີ່ພົ້ນເດັ່ນ ໃນບັນດາການເຄື່ອນໄຫວຂອງ “ລາຍການຄວາມເອກອ້າງທະນົງໃຈຊາວກະສິກອນຫວຽດນາມ ປີ 2022” ແລະ ເນື່ອງໃນໂອກາດ 10 ປີແຫ່ງ “ລາຍການຄວາມເອກອ້າງທະນົງໃຈຊາວກະສິກອນຫວຽດນາມ ປີ 2022”, ປີນີ້, ຄະນຈັດຕັ້ງໄດ້ຕົກລົງມອບນາມມະຍົດຊາວກະສິກອນຫວຽດນາມ ດີເດັ່ນໃຫ້ແກ່ 100 ຄົນ. ທ່ານຟ້າມຕຽນນາມ, ຮອງປະທານສູນກາງຊາວກະສິກອນຫວຽດນາມ, ຫົວໜ້າຄະນະຈັດຕັ້ງ “ລາຍການຄວາມເອກອ້າງທະນົງໃຈຊາວກະສິກອນຫວຽດນາມປີ 2022”, ໃຫ້ຮູ້ວ່າ:

  ອີກເທື່ອໜຶ່ງ, ບັນດາຮູບແບບການຜະລິດ, ດຳເນີນທຸລະກິດ, ຜະລິດຕະພັນກະເສດ, ຊົນນະບົດຂອງບັນດາຊາວກະສິກອນຫວງຽດນາມ ດີເດັ່ນປີ 2022 ໄດ້ສະແດງໃຫ້ເຫັນບັນດາທ່າແຮງຂອງກະສິກຳບັນດາເຂດພາກ, ທ້ອງຖິ່ນໃນທົ່ວປະເທດ ແລະ ເກືອບທັງໝົດ ແມ່ນຂຶ້ນກັບໝວດຜະລິດຕະພັນໃນຍຸດທະສາດຂອງຂະແໜງກະສິກຳ. ຫຼາຍຄົນໄດ້ຊອກຮູ້, ມີຫົວຄິດປະດິດສ້າງ ແລະ ຍົກອອກບັນດາຂໍ້ລິເລີ່ມ, ມາດຕະການດ້ານເຕັກນິກ ຊ່ວຍຍົກສູງສະມັດຕະພາບ, ຄຸນນະພາບຜະລິດຕະພັນ, ພ້ອມທັງກໍ່ແມ່ນຜູ້ທີ່ມີອິດທິພົນຊື່ສຽງໃນວົງຄະນະຍາດ, ມີຜົນງານດີເດັ່ນໃນການກໍ່ສ້າງຊົນນະບົດໃໝ່, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ.

ຕອບກັບ

ຂ່າວ/ບົດ​ອື່ນ