ເຊີດ​ຊູ ​81 ຜົນ​ງານ ທີ່​ໄດ້ຮັບ​ລາງວັນສື່​ມວນ​ຊົນ “ເພື່ອ​ພາ​ລະ​ກິດ ມະ​ຫາ​ສາ​ມັກ​ຄີທົ່ວ​ປວງ​ຊົນທັງ​ຊາດ”

(VOVWORLD) - ຕອນຄ່ຳວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດພິທີສະຫຼຸບ ແລະ ມອບລາງວັນສື່ມວນຊົນ “ເພື່ອພາລະກິດ ມະຫາສາມັກຄີທົ່ວປວງຊົນທັງຊາດ” ຄັ້ງທີ 14, ປີ 2019 – 2020.
ເຊີດ​ຊູ ​81 ຜົນ​ງານ ທີ່​ໄດ້ຮັບ​ລາງວັນສື່​ມວນ​ຊົນ “ເພື່ອ​ພາ​ລະ​ກິດ ມະ​ຫາ​ສາ​ມັກ​ຄີທົ່ວ​ປວງ​ຊົນທັງ​ຊາດ” - ảnh 1ທ່ານ ເຈິ່ນແທັງເໝິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມກ່າວຄຳເຫັນທີ່ພິທີ (ພາບ: qdnd.vn

81 ຜົນງານ ທີ່ໄດ້ຮັບລາງວັນໃນຄັ້ງນີ້ລວມມີ: ລາງວັນພິເສດ 1 ລາງວັນ, ລາງວັນ A 5 ລາງວັນ, ລາງວັນ B 14 ລາງວັນ, ລາງວັນ C 29 ລາງວັນ, ລາງວັນຊົມເຊີຍ 32 ລາງວັນ. ໃນນັ້ນວິທະຍຸກະຈາຍສຽງຫວຽດນາມ (VOV)  ມີ 12 ຜົນງານໄດ້ຮັບລາງວັນ. ນີ້ແມ່ນບັນດາຜົນງານທີ່ດີເດັ່ນໃນຈຳນວນ 1000 ຜົນງານຂຶ້ນກັບ 5 ສື່ປະເພດ: ສື່ສິງພິມ, ໜັງສືພິມເອເລັກໂຕນິກ, ວິທະຍຸກະຈາຍສຽງ, ໂທລະພາບ ແລະ ຮູບຖ່າຍສື່ມວນຊົນໄດ້ສົ່ງເຂົ້າມາປະກວດ.

ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ເຈິ່ນແທັງເໝິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເນັ້ນໜັກວ່າ: ສຳລັບການເຂົ້າຮ່ວມໂຄສະນາກ່ຽວກັບພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ, ສື່ມວນຊົນໄດ້ຕິດຕາມຢ່າງໃກ້ຊິດ ແລະ ສ່ອງແສງຢ່າງແທດຈິງກ່ຽວກັບການເຕົ້າໂຮມກຸ່ມກ້ອນມະຫາສາມັກຄີຂອງບັນດາຊົນຊັ້ນ, ບັນດາເຜົ່າ, ສາສະໜາ, ພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດ, ກ່ຽວກັບການຂົນຂວາຍ, ບັນດາຂະບວນການແຂ່ງຂັນຮັກຊາດ. ພິເສດແມ່ນໄດ້ສ່ອງແສງໃຫ້ເຫັນການສະໜັບສະໜູນຢ່າງຈະແຈ້ງຂອງ ປະຊາຊົນໃນການປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19, ການສະໜັບສະໜູນຜູ້ທຸກຍາກ ແລະ ພໍ່ແມ່ປະຊາຊົນຢູ່ເຂດປະສົບໄພທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ