ເຊີດຊູ ຫົວຂໍ້ດີເດັ່ນ106 ຫົວຂໍ້ ໃນການແຂ່ງຂັນ ປະດິດຄິດສ້າງ ຂອງຊາວໜຸ່ມເຍົາວະຊົນ, ອະນຸຊົນທົ່ວປະເທດ

(VOVWORLD) - ໃນຕອນຄ່ຳວັນທີ 25 ຕຸລາ, ຢູ່ຮ່າໂນ້ຍ, ສະຫະສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ໄດ້ສົມທົບກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງສຶກສາທິການ ແລະ ບຳລຸງສ້າງ ຫວຽດນາມ, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ. 

ກອງທຶນໜູນຊ່ວຍການປະດິດສ້າງເຕັກນິກ ຫວຽດນາມ (Vifotec) ຈັດຕັ້ງພິທີສະຫຼຸບ ແລະ ມອບລາງວັນ “ການແຂ່ງຂັນ ປະດິດຄິດສ້າງ ຂອງຊາວໜຸ່ມເຍົາວະຊົນ, ອະນຸຊົນທົ່ວປະເທດ” ຄັ້ງທີ 14 ປີ 2018. ການແຂ່ງຂັນແນໃສ່ສົ່ງເສີມ ແລະ ເຊີດຊູບັນດານັກປະດິດຄິດສ້າງໜຸ່ມ ທີ່ມີຄວາມໄຝ່ຝັນ ຢາກກາຍເປັນນັກປະດິດສ້າງໃນອະນາຄົດ. ທີ່ພິທີມອບລາງວັນມີຫົວຂໍ້ດີເດັ່ນທີ່ໄດ້ຮັບລາງວັນ ຈຳນວນ 106 ຫົວຂໍ້. ໃນນັ້ນ ມີ ລາງວັນທີ 3 ຈໍານວນ 30 ລາງວັນ, ລາງວັນທີ 2 ຈໍານວນ 10 ລາງວັນ,  ລາງວັນທີ 1 ຈໍານວນ 5 ລາງວັນ, ລາງວັນຊົມເຊີຍ 60 ລາງວັນ ແລະ ລາງວັນພິເສດ 1 ລາງວັນ ເຊິ່ງຕົກເປັນຂອງນ້ອງ ຢຽບຢາບັງ, ນັກຮຽນຫ້ອງ ມ7 A1 ໂຮງຮຽນມັດທະຍົມຕອນປາຍ ຈວຽນລີ໊ຕຶຈ້ອງ, ນະຄອນ ເກິ່ນເທີ ດ້ວຍຜົນງານຜະລິດຕະພັນຮູບແບບ “ຫຸ່ນຍົນ Robot ຈຳລອງຮູບແບບການກະທຳ”. ຢຽບຢາບັງ ແບ່ງປັນວ່າ:

ອຸປະກອນນີ້ຍັງມີຄວາມສາມາດ ເຮັດໄດ້ທຸກການກະທຳທີ່ຄົນປະຕິບັດ ມັນຈະບັນທຶກຄືນທັງໝົດ, ແລະ ມັນມີຄວາມສາມາດບັນຊາໄດ້ດ້ວຍເຄື່ອງຄອມພິວເຕີອື່ນ. ສະນັ້ນ, Robot ນີ້ຈະຮັບໃຊ້ໃຫ້ແກ່ບັນດາວຽກງານທີ່ມີຄົນບັງຄັບແຕ່ມີຄວາມອັນຕະລາຍເກີນໄປ ຫຼື ບັນດາວຽກງານທີ່ມີລັກສະນະຮອບວຽນ ຄືໃນການຜະລິດ ອຸດສາຫະກຳ ແລະ ບັນດາວຽກງານທີ່ຮຽກຮ້ອງໃຫ້ມີການສ້າງວົງຈອນໃໝ່ ໃນເວລາສັ້ນ. ນ້ອງປາຖະໜາຢາກໄດ້ແຫຼ່ງທຶນໃໝ່ ເພື່ອຍົກລະດັບອຸປະກອນນີ້ໃຫ້ເປັນອຸປະກອນ ອຸດສາຫະກຳ ແລະ ນຳໃຊ້ໄດ້ໃນທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ