ເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 100 ຄົນ

(VOVWORLD) - ຕາມສູນກາງສະມາຄົມຊາວກະສິກອນ ຫວຽດນາມ ແລ້ວ, ໃນຈຳນວນຊາວກະສິກອນດີເດັ່ນ 100 ຄົນໃນປີນີ້, ມີຊາວກະສິກອນ 42 ຄົນບັນລຸໄດ້ກຳໄລກວ່າ 3 ຕື້ດົ່ງ/ປີ (ປະມານ 126.000 USD).
ເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 100 ຄົນ  - ảnh 1ທີ່ການພົບປະກັບຊາວກະສິກອນດີເດັ່ນ
(ພາບ: dangcongsan.vn)

ຕອນຄ່ຳວັນທີ 13 ຕຸລາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ໄດ້ຈັດພິທີ “ເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 2023, ຍ້ອງຍໍ 63 ສະຫະກອນກະສິກຳດີເດັ່ນ”.

ມີຊາວກະສິກອນດີເດັ່ນ 100 ຄົນໃນຈຳນວນຊາວກະສິກອນນັບລ້ານຄົນທີ່ມີຜົນງານການຜະລິດ, ດຳເນີນທຸລະກິດເກັ່ງໃນທົ່ວປະເທດໄດ້ນໍາເອົາຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ, ຄວາມພາກພູມໃຈ ແລະ ຄວາມຄາດຫວັງເມື່ອມານະຄອນຫຼວງເພື່ອເຂົ້າຮ່ວມພິທີເຊີດຊູ. ຊາວກະສິກອນດີເດັ່ນຜູ້ໜຶ່ງໄດ້ແບ່ງວ່າ:

“ໂດຍແມ່ນໜຶ່ງໃນຈຳນວນຊາວກະສິກອນທີ່ດີເດັ່ນ 100 ຄົນໃນປີນີ້, ນີ້ແມ່ນຄວາມເປັນກຽດຂອງສ່ວນບຸກຄົນ ແລະ ກໍ່ແມ່ນກຳລັງໜູນເພື່ອໃຫ້ຂ້າພະເຈົ້າສືບຕໍ່ເດີນຕາມເສັ້ນທາງທີ່ໄດ້ເລືອກ. ຂ້າພະເຈົ້າປາດຖະໜາຢາກຮຽນຮູ້ ແລະ ພົບປະແລກປ່ຽນບົດຮຽນໃນການດຳເນີນທຸລະກິດ, ປຸງແຕ່ງສິນໃນນ້ຳ, ສິນທະເລກັບຊາວກະສິກອນອື່ນໆ.”

ຕາມສູນກາງສະມາຄົມຊາວກະສິກອນ ຫວຽດນາມ ແລ້ວ, ໃນຈຳນວນຊາວກະສິກອນດີເດັ່ນ 100 ຄົນໃນປີນີ້, ມີຊາວກະສິກອນ 42 ຄົນບັນລຸໄດ້ກຳໄລກວ່າ 3 ຕື້ດົ່ງ/ປີ (ປະມານ 126.000 USD). ຖ້າຫາກວ່າປີ 2022 ຊາວກະສິກອນດີເດັ່ນມີລາຍຮັບສູງສຸດແມ່ນ 70 ຕື້ດົ່ງ (ປະມານ 2,95 ລ້ານ USD), ໃນປີນີ້, ຊາວກະສິກອນດີເດັ່ນມີລາຍຮັບສູງສຸດແມ່ນ 140 ຕື້ດົ່ງ (ປະມານ 5,9 ລ້ານ USD).

ຕອບກັບ

ຂ່າວ/ບົດ​ອື່ນ