ເຊີດຊູຄູອາຈານດີເດັ່ນໃນລາຍການ “ຄູອາຈານຂອງປີ 2019” 183 ຄົນ

(VOVWORLD) - ເພື່ອຂ່ຳນັບຮັບຕ້ອນເຫດການສະເຫຼີມສະຫຼອງ 37 ປີແຫ່ງວັນຄູ ຫວຽດນາມ (20/11/1982 – 20/11/2019), ຕອນເຊົ້າວັນທີ 17 ພະຈິກ, ທີ່ວັນມ໊ຽວ - ກວ໊ກຕື໋ຢ໊າມ (ມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ), ກຳມະບານຂະແໜງສຶກສາ ຫວຽດນາມ ໄດ້ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຈັດຕັ້ງລາຍການເຊີດຊູ “ຄູອາຈານຂອງປີ 2019”. 
ເຊີດຊູຄູອາຈານດີເດັ່ນໃນລາຍການ “ຄູອາຈານຂອງປີ 2019” 183 ຄົນ - ảnh 1 ລາຍການເຊີດຊູ “ຄູອາຈານຂອງປີ 2019” (ພາບ: TTXVN)

ຄູອາຈານດີເດັ່ນທີ່ສຸດ 183 ຄົນທີ່ໄດ້ຮັບການເຊີດຊູ ໃນປີນີ້ ລ້ວນແລ້ວແຕ່ໄດ້ຕາງໜ້າໃຫ້ຄູອາຈານເກືອບ 1,4 ລ້ານຄົນນັບແຕ່ຊັ້ນອະນຸບານຈົນເຖິງຂັ້ນມະຫາວິທະຍາໄລ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຮຶວໂດະ ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາ ໃຫ້ຮູ້ວ່າ:

        “ພາລະກິດການສຶກສາໄດ້ຮຽກຮ້ອງໃຫ້ຄູອາຈານ, ພະນັກງານຄຸ້ມຄອງແຕ່ລະຄົນ ເຖິງວ່າຈະຢູ່ຕຳແໜ່ງໃດກໍ່ຕາມ ຍາມໃດກໍ່ຍົກສູງແບບຢ່າງຄຸນສົມບັດ, ຮ່ຳຮຽນດ້ວຍຕົນເອງຂອງຄູອາຈານ. ຍາມໃດຂ້າພະເຈົ້າກໍ່ປາດຖະໜາ ແລະ ເຊື່ອໝັ້ນວ່າ ບັນດາຄູອາຈານ ຈະສືບຕໍ່ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ປະດິດຄິດສ້າງ, ສູ້ຊົນຢ່າງສຸດໃຈ ເພື່ອໃຫ້ກາຍເປັນຄູອາຈານຜູ້ດີເດັ່ນ.

        ບັນດາຄູອາຈານໄດ້ຮັບການເຊີດຊູ ແມ່ນບຸກຄົນທີ່ດີເດັ່ນ, ມີຜົນງານຫລາຍຢ່າງໃນການສອນ, ມີຂໍ້ລິເລີ່ມ, ປະສົບການຫລາຍຢ່າງ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ຍົກສູງຈິດໃຈຄວາມຮັບຜິດຊອບ, ປະຕິບັດສຳເລັດໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ