ເຊີດຊູນັກສຶກສາຜູ້ເສັງໄດ້ຄະແນນສູງສຸດ 132 ຄົນຂອງນະຄອນຮ່າໂນ້ຍປີ 2014

ເຊີດຊູນັກສຶກສາຜູ້ເສັງໄດ້ຄະແນນສູງສຸດ 132 ຄົນຂອງນະຄອນຮ່າໂນ້ຍປີ 2014  - ảnh 1
ເຊີດຊູນັກສຶກສາຜູ້ເສັງໄດ້ຄະແນນສູງສຸດ 132 ຄົນຂອງນະຄອນຮ່າໂນ້ຍປີ 2014
(ພາບ: news.zing.vn)


(vovworld) – ຕອນ​ຄໍ່າວັນ​ທີ 24/08, ຢູ່​ອານຸສາ​ວະລີ ລິ໋ທ໋າຍ​ໂຕ, ຄະນະ​ພັກນະຄອນ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​ພິທີ​ຍ້ອງຍໍ​ນັກ​ສຶກສາຜູ້​ເສັງ​ໄດ້ຄະ​ແນນ​ສູງ​ສຸ​ດ 132 ຄົນ ທີ່​ເສັງ​ຈົບ​ບັນດາ​ມະຫາວິທະຍາ​ໄລ, ສະ​ຖາ​ບັນ​ໃນ​ບໍລິ​ເວນ​ນະຄອນ​ຮ່າ​ໂນ້ຍປີ 2014. ບັນດານັກ​ສຶກສາໄດ້​ຮັບ​ການ​ຍ້ອງຍໍ​ແມ່ນ​ບັນດາ​ນັກ​ສຶກສາ​ຮຽນ​ຈົບ​ມະຫາວິທະຍາ​ໄລ, ສະ​ຖາ​ບັນ​ດ້ວຍ​ຄະ​ແນນ​ສູງ​ສຸດ​ກ່ຽວ​ກັບ​ການ​ຮໍ່າຮຽນ ​ແລະ ຝຶກ​ຝົນ​ຫຼໍ່​ຫຼອມ. ນັກ​ສຶກສາ​ຫຼາຍ​ຄົນ​ແມ່ນ​ສະມາຊິກ​ພັກ, ​ເປັນ​ແບບຢ່າງ​ບືນຕົວ​ຂຶ້ນຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ມີ​ກິດຈະກຳ​ຄົ້ນຄວ້າ​ວິທະຍາສາດ… ກ່າວ​ຄຳ​ເຫັນ​ທີ່​ພິທີ​ຍ້ອງຍໍ, ທ່ານ ຟ້າ​ມກວາງ​ຫງີ້, ​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ, ​ເນັ້ນ​ໜັກ​ວ່າ.

        “ສູ້​ຊົນ​ເພື່ອ​ໃຫ້​ມີ​ຜົນງານ​ຄື​ປະຈຸ​ບັນ, ບໍ່​ພຽງ​ແຕ່​ແມ່ນ​ໝາກຜົນ​ຂອງ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ​ຂອງ​ພວກ​ນ້ອງ​ນັກສຶກສາເອງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນຂອງ​ໂຮງຮຽນ, ຄອບຄົວ, ສັງຄົມ, ຄວາມ​ເອົາ​ໃຈ​ໃສ່​ເພີ່ມ​ພູນ​ຄູນ​ສ້າງ​ຂອງ​ທັງລະບົບການ​ເມືອງ​ນະຄອນຫຼວງ​ອີກ​ດ້ວຍ. ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ, ພວກ​ນ້ອງ​ໄດ້​ນຳ​ໃຊ້ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄວາມ​ຮູ້​​ໃນ​ວິວັດ​ການ​ຮໍ່າຮຽນ​ເຂົ້າ​ໃນ​ສັງຄົມ​ເປັນ​ຢ່າງ​ດີ, ​ເພື່ອ​ກາຍ​ເປັນ​ບັນດາ​ປັດ​ໃຈ​ຕັ້ງໜ້າ ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ, ປົກ​ປັກ​ຮັກສານະຄອນຫຼວງ ​ແລະ ປະ​ເທດ​ຊາດ. ພ້ອມນັ້ນ ພວກ​ນ້ອງ​ເສີມ​ຂະຫຍາຍ​ຈິດ​ໃຈ​ປະຈັນບານ​ອາສາ​ສະໝັກ​ຂອງ​ໄວ​ໜຸ່ມ, ສືບ​ຕໍ່​ມູນ​ເຊື້ອ​ປະຕິວັດ, ​​ບໍ່​ວ່າ​ໄປແຫ່ງ​ໃດ, ​ບໍ່​ວ່າ​ວຽກ​ງານ​ໃດ​ເຊິ່ງປະ​ເທດ​ຊາດ​ມີ​ຄວາມ​ຕ້ອງການ”.

        ​ໄລ່​ມາ​ຮອດ​ປະຈຸ​ບັນ, ມີນັກ​ສຶກສາຜູ້​​ເສັງ​​ໄດ້ຄະ​ແນນ​ສູງ​ສຸ​ດ 1.203 ຄົນ​ໄດ້​ຮັບ​ການ​ເຊີດ​ຊູ, ຮັບ​ໃບ​ຍ້ອງ​ຍໍ​ຂອງ​ຄະນະ​ກຳມະການ​ປະຊາຊົນນະຄອນຮ່າ​ໂນ້ຍ. ນັກ​ສຶກສາຫຼາຍ​ຄົນທີ່​ໄດ້​ຮັບ​ການ​ເຊີດ​ຊູ​ບັນລຸ​ໄດ້ຜົນ​ສຳ​ເລັດ​ໃນ​ພາລະກິດ, ປະກອບສ່ວນຫຼາຍ​ຢ່າງ​ໃຫ້​​ແກ່ນະຄອນຫຼວງ ​ແລະ ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ