ທ່ານ ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກກ່າວຄຳເຫັນທີ່ພິທີ
ພາບ:internet
|
(vovworld)- ຕອນເຊົ້າວັນທີ 29/11 ຢູ່ ຮ່າໂນ້ຍ, ອົງຄະນະພັກກຸ່ມວິສາຫະກິດສູນກາງ ໄດ້ຈັດຕັ້ງພິທີເຊີດຊູບັນດາກິດຈະກຳ, ຜະລິດຕະພັນ, ບໍລິການດີເດັ່ນ ແລະ ເປັນແບບຢ່າງໄລຍະ 2011 -2015. ຄະນະຈັດຕັ້ງໄດ້ເຊີດຊູ 95 ສ່ວນບຸກຄົນມີຜົນງານດີເດັ່ນໃນຂະບວນການແຂ່ງຂັນອອກແຮງງານ, ກໍ່ສ້າງພັກ, ສ້າງສາ ແລະ ພັດທະນາວິສາຫະກິດ ພ້ອມທັງເຊີດຊູ 62 ໝູ່ຄະນະ ມີກິດຈະການ, ຜະລິດຕະພັນ, ບໍລິການ ທີ່ມີການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດຊາດໄລຍະ 2011-2015. ກ່າວຄຳເຫັນນະພິທີ, ທ່ານ ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມສູ້ຊົນ ແລະ ປະກອບສ່ວນຢ່າງຕັ້ງຫນ້າຂອງບັນດາໝູ່ຄະນະ ແລະ ສ່ວນບຸກຄົນດີເດັ່ນ ພ້ອມທັງເນັ້ນຫນັກເຖິງບັນດາມາດຕະການຕ້ອງປະຕິບັດ.
“ຄວນສຸມໃສ່ປ່ຽນໃຫມ່, ຫັນເຕັກໂນໂລຊີ, ການຄຸ້ມຄອງ ແລະ ການຜະລິດດຳເນີນທຸລະກິດເປັນທັນສະໄຫມ, ພັດທະນາວຽກງານຄົ້ນຄວ້າການໝູນໃຊ້ວິທະຍາສາດເຕັກໂນໂລຊີ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງ ແລະ ການຜະລິດດຳເນີນທຸລະກິດຂອງວິສາຫະກິດຢ່າງມີປະສິດທິຜົນ.”
ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາຢາກບັນດາສ່ວນບຸກຄົນ, ໝູ່ຄະນະທີ່ໄດ້ຮັບການເຊີດຊູໃນພິທີສືບຕໍ່ເປັນແວ່ນແຍງອັນໃສແຈ້ງ, ປະກອບສ່ວນພັດທະນາຂະບວນການແຂ່ງຂັນ, ສ້າງກຳລັງຫນູນ ຊ່ວຍໃຫ້ບັນດາວິສາຫະກິດໃນກຸ່ມວິສາຫະກິດສູນກາງ ນັບມື້ນັບພັດທະນາ.