ເຊີດຊູບັນດາ“ປັດໃຈໃຫມ່ໃນຍຸກໂຮ່ຈິມີນ”

ເຊີດຊູບັນດາ“ປັດໃຈໃຫມ່ໃນຍຸກໂຮ່ຈິມີນ” - ảnh 1
ການປະຊຸມຂ່າວກ່ຽວກັບການເສັງ“ປັດ​ໃຈ​ໃຫມ່​ໃນ​ຍຸກ​ໂຮ່ຈິ​ມີນ”
ພາບ:internet


(vovworld)- ຕອນ​ຄຳ່​ວັນ​ທີ 30/5, ພິທີ​ສະຫລຸບ ​ແລະ ​ເຊີດ​ຊູ​ບັນດາ​ນັກ​ຂຽນ​ໄດ້​ຮັບ​ລາງວັນ​​ໃນ​ການ​ເສັງ “ປັດ​ໃຈ​ໃຫມ່​ໃນ​ຍຸກ​ໂຮ່ຈິ​ມີນ” ​ໄດ​້ດ​ຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ. ການ​ເສັງດັ່ງກ່າວ​ແມ່ນ​ສຸມ​ໃສ່​ບັນດາ​ຫົວ​ຂໍ້​ຄື: ​ເພື່ອ​ພັກ​ເຂັ້ມ​ແຂງ, ​ເພ່ືອ​ວົງ​ຄະນາ​ຍາດ, ​ເພື່ອ​ສິ່ງ​ແວດລ້ອມ, ​ເພື່ອ​ສຸຂະພາບ, ​ເພ່ືອ​ພາລະກິດ​ກໍ່ສ້າງ​ຊົນນະບົດ​ໃຫມ່, ​ເພື່ອ​ພາລະກິດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລຍະ​ໃຫມ່, ​ເພື່ອ​ຄົ້ນ​ພົບ​ບັນດາ​ປັດ​ໃຈ​ໃຫມ່​ປະກອບສ່ວນ​ສຳຄັນ​ກ່ຽວ​ກັບ​ທຸກ​ດ້ານ​ໃນ​ກິດຈະການ​ປ່ຽນ​ໃຫມ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ພາຍຫລັງ 1 ປີ​ແຫ່ງ​ການ​ປຸກລະດົມ, ມີ​ກວ່າ 200 ບົດ​ຂຽນ​​ເຂົ້າ​ຮ່ວມ​ການ​ເສັງ ດ້ວຍ​ຫລາຍ​ຮູບ​ການ ​ໄດ້ສ່ອງ​ແສງ​ກ່ຽວ​ກັບ​ບັນດາ​ປັດ​ໃຈ​ໃຫ​ມ່, ​ແບບຢ່າງ​ທີ່ມີ​ຊີວິດ​ຊີວາ​. ນອກ​ນັ້ນ ບັນດາ​ບົດ​ຂຽນ​ຍັງ​ເຕື້ອງ​ເຖິງ​ປັດ​​ໃຈ​ໃຫມ່​ໃນ​ຂົງ​ເຂດ​ວັດທະນະທຳ, ການ​ປ້ອງ​ກັນຊາ​ດປອ້ງກັນ​ຄວາມ​ສະຫງົບ, ການ​ຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຫຍໍ້​ທໍ້, ການ​ປະ​ຢັດ, ຕັ້ງຫນ້າ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ. ທີ່​ພິທີ, ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ຫລຽນ​ກາ​ທີ່​ລະນຶກ​ໃຫ້​ແກ່ ນັກ​ຂຽນ 10 ຄົນ​ທີ່​ຍາດ​ໄດ້​ລາງວັນ. ປັດ​ໃຈ​ໃຫມ່​ 80 ຄົນໄດ້​ຮັບ​ການ​ເຊີດ​ຊູ ​ແລະ ຮັບ​ຫລຽນ​ກາ​ທີ່​ລະນຶກ​ຈາກ​ຄະນະ​ຈັດ​ຕັ້ງ.

ຂ່າວ/ບົດ​ອື່ນ