ເຊີດ​ຊູຜູ້​ທີ່​ມີ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​​ເຄື່ອງ​ໝາຍ "ສຽງ​ ຫວຽດ​ນາມ”

(VOVWORLD) -ການເສັງຊີງລາງວັນ “ສຽງ ຫວຽດນາມ” ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງປະຈຳປີ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ  ວັນທີ 7 ກັນຍາ. ລາງວັນດັ່ງກ່າວຈະໄດ້ມອບໃຫ້ສ່ວນບົກຄົນ ຫຼື ກຸ່ມຄົນທີ່ມີຜົນງານ, ກິດຈະກຳສື່ມວນຊົນ, ວັນນະຄະດີສິລະປະ, ເຕັກນິກ, ເຕັກໂນໂລຢີ, ໂຄງການຄົ້ນຄວ້າວິທະຍາສາດ ທີ່ດີເດັ່ນ, ໂຄສົກດີເດັ່ນ…
ເຊີດ​ຊູຜູ້​ທີ່​ມີ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​​ເຄື່ອງ​ໝາຍ ທ່ານຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ຟ້າມແມ້ງຮຸ່ງ 

ຫົວຂໍ້ “ນ້ຳໃຈຮ່ວມແຮງຮ່ວມໃຈຕ້ານໂລກລະບາດໂຄວິດ - 19” ແມ່ນຫົວຂໍ້ພົ້ນເດັ່ນຂອງບັນດາຜົນງານ, ລາຍການສົ່ງເຂົ້າຮ່ວມການເສັງຊີງລາງວັນ “ສຽງຫວຽດນາມ” ປີ 2021. ຈຳນວນຜູ້ເຂົ້າຮ່ວມກໍຫຼາຍກວ່າຊຸມປີກ່ອນ. ທ່ານຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ຟ້າມແມ້ງຮຸ່ງ, ຫົວໜ້າອະນຸຄະນະກຳມະການ ໃຫ້ຄະແນນການເສັງດັ່ງກ່າວ ໃຫ້ຮູ້ວ່າ:

        “ຖັນແຖວນັກຂ່າວ, ບັນນາທິການຂອງວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍພ້ອມແລ້ວທີ່ຈະອຸທິດສ່ວນ ແລະ ບຸກເຂົ້າເຂດທີ່ອັນຕະລາຍ, ແກ້ໄຂຄວາມຫຍຸ້ງຍາກໃນທຸກດ້ານ ເພື່ອອັບເດດຂໍ້ມູນຂ່າວໃຫ້ຖືກຕ້ອງ, ທັນການທີ່ສຸດ. ສິ່ງດັ່ງກ່າວກໍເປັນແຫຼ່ງກຳລັງໜູນ, ແຫຼ່ງລະດົມກຳລັງໃຈທີ່ໃຫຍ່ຫຼວງ ແລະ ພວກຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິງຕໍ່ຖັນແຖວນັກຂ່າວ, ບັນນາທິການ ຂອງວິທະຍຸກະຈາຍສຽງ ຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ