ເຊີດຊູຜູ້ສະໝັກໃຈບໍລິຈາກເລືອດດີເດັ່ນໃນທົ່ວປະເທດ 100 ຄົນ

(VOVWORLD) - ຄະນະຊີ້ນຳແຫ່ງຊາດຂົນຂວາຍການບໍລິຈາກເລືອດອາສາສະໝັກຈັດຕັ້ງພິທີເຊີດຊູຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈດີເດັ່ນ ຫວຽດນາມ ຄັ້ງທີ 10 ແລະ ເຫດການທົ່ວໂລກສະເຫຼີມສະຫຼອງ “ວັນບໍລິຈາກເລືອດສາກົນ (14/06)” ໃນຕອນຄ່ຳວັນທີ 14 ມິຖຸນາ ຢູ່ ຮ່າໂນ້ຍ
ເຊີດຊູຜູ້ສະໝັກໃຈບໍລິຈາກເລືອດດີເດັ່ນໃນທົ່ວປະເທດ 100 ຄົນ - ảnh 1ເຊີດຊູຜູ້ສະໝັກໃຈບໍລິຈາກເລືອດດີເດັ່ນໃນທົ່ວປະເທດ 100 ຄົນ 

ກ່າວຄຳເຫັນທີ່ພິທີ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໃຫ້ຮູ້ວ່າ: ປະຈຸບັນຢູ່ ຫວຽດນາມ ຈຳນວນເລືອດພຽງແຕ່ຕອບສະໜອງໄດ້ກ່ວາ 70% ຕາມຄວາມຕ້ອງການຂອງຄົນເຈັບເທົ່ານັ້ນ. ນີ້ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບສະເພາະຂອງຂະແໜງສາທາລະນະສຸກ, ສະພາກາແດງ, ຄະນະຊາວໜຸ່ມ, ຄະນະຊີ້ນຳບໍລິຈາກເລືອດດ້ວຍຄວາມສາໝັກໃຈເທົ່ານັ້ນ, ຫາກຍັງແມ່ນຄວາມຮັບຜິດຊອບລວມຂອງລະບົບການເມືອງ ແລະ ທົ່ວສັງຄົມ.

        “ຂ້າພະເຈົ້າຫວັງວ່າ ບັນດາແບບຢ່າງດີເດັ່ນໃນທົ່ວປະເທດ ແລະ ສາກົນທີ່ມີໜ້າໃນພິທີເຊີດຊູມື້ນີ້ ຈະແມ່ນແກ່ນສານຫຼັກແຫຼ່ງສືບຕໍ່ແຜ່ຂະຫຍາຍວຽກທີ່ມີຄວາມໝາຍສູງສົ່ງ ແລະ ສວຍງາມໃນການບໍລິຈາກເລືອດຊ່ວຍຄົນເຈັບ. ພ້ອມທັງ ສືບຕໍ່ຂົນຂວາຍພີ່ນ້ອງ, ເພື່ອນມິດ, ເພື່ອນຮ່ວມງານ, ທົ່ວສັງຄົມຕັ້ງໜ້າເຂົ້າຮ່ວມການບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ປະກອບສ່ວນຮັກສາ, ເບິ່ງແຍງດູແລສຸຂະພາບວົງຄະນະຍາດ. ຂ້າພະເຈົ້າກໍ່ຫວັງວ່າ ຈະມີປະຊາຊົນຫລາຍຄົນ, ພິເສດແມ່ນບັນດາເພື່ອນໜຸ່ມ, ນັກຮຽນ, ນັກສຶກສາ, ຊາວໜຸ່ມເຂົ້າຮ່ວມວຽກງານອາສາສະໝັກຕອບສະໜອງການຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈ. ນັ້ນແມ່ນຄວາມເຊື່ອໝັ້ນຂອງຄົນເຈັບ, ຄອບຄົວເຂົາເຈົ້າ, ຂອງພັກ, ລັດ ແລະ ຂອງສັງຄົມທີ່ສະຫງວນໃຫ້ພວກເພື່ອນ.”

ຕອບກັບ

ຂ່າວ/ບົດ​ອື່ນ