ເຊີດຊູສ່ວນບຸກຄົນທີ່ດີເດັ່ນໃນການ ຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງ ຄຸນສົມບັດປະທານໂຮ່ຈິມິນ

ເຊີດຊູສ່ວນບຸກຄົນທີ່ດີເດັ່ນໃນການ ຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງ ຄຸນສົມບັດປະທານໂຮ່ຈິມິນ - ảnh 1
ກອງທັບ​ເຮືອ ເຂດ 5
(ພາບປະກອບ)
(vovworld) - ຕອນ​ເຊົ້າ​ວັນ​ທີ 17/06, ຄະນະ​ພັກກອງບັນຊາ​ການ​ກອງທັບ​ເຮືອ ເຂດ 5 ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ, ​ເຊີດ​ຊູ​ສ່ວນ​ບຸກຄົນ​ທີ່​ດີ​ເດັ່ນ​ໃນ​ຂະ​ບວນການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ. ຜ່ານ​ໄລຍະ 2 ປີ​ແຫ່ງ​ການ​ປະຕິບັດ​ສຳ​ສັ່ງ 03 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ຍູ້​ແຮງ​ບັ້ນ​ຂົນຂວາຍ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ, ຍາ​ມ​ໃດຄະນະ​ພັກ​ກອງທັບ​ເຮືອ ເຂດ 5 ກໍ່​ຍູ້​ແຮງ​ວຽກ​ງານ​ໂຄສະນາ, ສຶກສາ​ພະນັກງານ​ສະມາຊິກ​ພັກ​ຮໍ່າຮຽນ, ຍົກ​ສູງ​ສະຕິ​ຮັບ​ຮູ້​ກ່ຽວ​ກັບ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ. ມີບັນດາ​ຮູບ​ແບບ​ຮໍ່າຮຽນ, ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ ດີ​ເດັ່ນ​ຄື ການ​ຄຸ້ມ​ຄອງ​ດ້ານການ​ເງິນທີ່​ດີ, ກໍ່ສ້າງ​ຄ້າຍທະຫານຫຼວງຂຽວ, ສະອາດ, ສວຍ​ງາມ, ປະກອບສ່ວນ​ສ້າງ​ກອງທັບ​ເຮືອ​ເຂດ 5 ​ໃຫ້​ພັດທະນາ. ທີ່​ກອງ​ປະຊຸມ, ຄະນະ​ພັກ​​ກອງທັບ​ເຮືອ ເຂດ 5 ​ໄດ້​ເຊີດ​ຊູ ​ແລະ ຍ້ອງຍໍ​ ​6 ໝູ່ຄະນະ, 7 ຄົນທີ່​ບັນລຸ​ໄດ້ຜົນ​ງານ​ດີ​ເດັ່ນ​ໃນ​ຂະ​ບວນການ​ຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈິມິນ.

ຕອບກັບ

ຂ່າວ/ບົດ​ອື່ນ