ເຊີດຊູສ່ວນບຸກຄົນ,ໝູ່ຄະນະດີເດັ່ນໃນກິດຈະການສ້າງສາປະເທດຊາດ

ເຊີດຊູສ່ວນບຸກຄົນ,ໝູ່ຄະນະດີເດັ່ນໃນກິດຈະການສ້າງສາປະເທດຊາດ - ảnh 1
ເຊີດ​ຊູ 15 ສ່ວນ​ບຸກ​ຄົນ ແລະ ໝູ່​ຄະ​ນະ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ກິດ​ຈະ​ການ​ສ້າງ​ສາ​ປະ​ເທດ​ຊາດ
ພາບ:baomoi

(vovworld)-​ ລາຍ​ການ “ສະ​ຫງ່າລາ​ສີ ຫວຽດ​ນາມ” ດ້ວຍ​ຫົວ​ຂໍ້​ວ່າ​: “ການ​ເຕີບ​ໃຫຍ່​​ພ້ອມ​ກັບປະ​ເທດ​ຊາດ” ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ຄ່ຳ​ວັນ​ທີ 28/7 ຢູ່ ຮ່າ​ໂນ້ຍ ໄດ້​ເຊີດ​ຊູ 15 ສ່ວນ​ບຸກ​ຄົນ ແລະ ໝູ່​ຄະ​ນະ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ກິດ​ຈະ​ການ​ສ້າງ​ສາ​ປະ​ເທດ​ຊາດ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິກ​ີມ​ເງິນ ໄດ້​ເຂົ້າ​ຮ່ວ​ມ​ລາຍ​ການ. ບັນ​ດາ​ຜູ້​ແທນ​ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ຄັ້ງ​ນີ້​ລ້ວນ​ແຕ່​ແມ່ນ​ພະ​ນັກ​ງານ​ເຕີບ​ໃຫຍ່​ຈາກ​ກຳ​ມະ​ກອນ, ຄົນ​ງານ​ໂດຍ​ກົງ, ທ່ານ​ໝ​ໍ​, ນັກ​ຄົ້ນ​ຄ້​ວາວິ​ທະ​ຍາ​ສາດ, ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ດັ້ງງອກ​ຕຸງ, ປະ​ທານ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽນ​ດາມ ໄດ້​ເນັ້ນ​ຫນັກ​ວ່າ:

        “ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ​ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ຄັ້ງ​ນີ້​ກໍ​ຄື​ຄັ້ງ​ກ່ອນນີ້ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ກໍ​ຄື​ບັນ​ດາ​ປັດ​ໄຈ​ນຳ​ຫນ້າ, ສືບ​ຕໍ່​ສົ່ງ​ແສງ​ສະ​ຫວ່າງ​ໃນ​ສັງ​ຄົມ​, ກາຍ​ເປັນ​ບຸກ​ຄົນ​ດີ​ເດັ່ນ​ຂອງ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ. ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ ລາຍ​ການ​ສະ​ຫງ່າ​ລາ​ສີ ຫວຽດ​ນາມ ນັບ​ມື້​ນັບ​ພັດ​ທະ​ນາ ແລະ ມີ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ສັງ​ຄົມ, ນຳ​ຫນ້າ​ໃນ​ວຽກ​ງານ​ໂຄ​ສະ​ນາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ.”

 

ຂ່າວ/ບົດ​ອື່ນ