ເຊີດຊູແບບຢ່າງໄວໜຸ່ມຫວຽດນາມທີ່ດີເດັ່ນ 10 ຄົນໃນປີ 2018

(VOVWORLD) -       ຕອນຄ່ຳວັນທີ 19 ມີນາ, ພິທີເຊີດຊູແບບຢ່າງໄວໜຸ່ມຫວຽດນາມ ທີ່ດີເດັ່ນ10 ຄົນໃນປີ 2018. ນີ້ແມ່ນບັນດາແບບຢ່າງໜຸ່ມດີເດັ່ນໃນບັນດາຂົງເຂດພົ້ນເດັ່ນສຳລັບໄວໜຸ່ມໃນຍຸກສະໄໝໄໝ່.

ເຊີດຊູແບບຢ່າງໄວໜຸ່ມຫວຽດນາມທີ່ດີເດັ່ນ 10 ຄົນໃນປີ 2018  - ảnh 1 ເຊີດຊູແບບຢ່າງໄວໜຸ່ມຫວຽດນາມທີ່ດີເດັ່ນໃນປີ 2018

(ພາບ: tuoitre.vn)

ປີ 2018, ກອງທຶນໜູນຊ່ວຍຜູ້ມີຄວາມເກັ່ງກ້າສາມາດໜຸ່ມຫວຽດນາມ ໄດ້ຄັດເລືອກໄວໜຸ່ມຫວຽດນາມ ດີເດັ່ນປີ 2018 ໃນ 10 ຂົງເຂດຄື: ການຮໍ່າຮຽນ; ການຄົ້ນຄວ້າວິທະຍາສາດ - ປະດິດຄິດສ້າງ; ການອອກແຮງງານທຳການຜະລິດ; ການດຳເນີນທຸລະກິດ - Startup; ການຄຸ້ມຄອງບໍລິຫານລັດ; ການປ້ອງກັນຊາດ; ການປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ; ກິລາກາຍຍະກຳ; ວັດທະນະທຳສິລະປະ; ການເຄື່ອນໄຫວສັງຄົມ. ໃນນັ້ນ, ມີແບບຢ່າງໜຸ່ມຫວຽດນາມ ດີເດັ່ນໃນປີ 2018 ຫຼາຍຄົນແມ່ນບັນດາຜູ້ສ້າງຄວາມດຶງດູດ, ສ້າງຂີດໝາຍອັນໃຫຍ່ຫຼວງໃນປະຊາຄົມ ຍ້ອນຄວາມມານະພະຍາຍາມຂອງຕົນເອງ ດ້ວຍບັນດາຜົນງານທີ່ເປັນໜ້າປະທັບໃຈ. ຕົວຢ່າງຄື, ນັກກິລາບານເຕະ ຫງວຽນກວາງຫາຍ ສ້າງຜົນງານພ້ອມກັບທິມບານເຕະ U23 ຍາດໄດ້ລາງວັນທີ 2 ໃນງານແຂ່ງຂັນກິລາຊິງຊະນະເລີດ U 23 ອາຊີ; ຫງວຽນເຟືອງຖາວ, ຍາດໄດ້ຫຼຽນຄຳ Olympic ຊີວະສາດສາກົນ; ນາງງາມຫວຽດນາມ H’Hen Nie ສ້າງຜົນງານສູງໃຫ້ແກ່ຄວາມງາມຫວຽດນາມ ເມື່ອລອດເຂົ້າ Top 5 ນາງງາມໂລກ 2018. ໃນການສະເໜີຄັດເລືອກແບບຢ່າງໄວໜຸ່ມປີນີ້ຍັງມີບັນດາໄວໜຸ່ມຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ມີຜົນງານຫຼາຍຢ່າງໃນການຄົ້ນຄວ້າວິທະຍາສາດ.

        ລາງວັນໄວໜຸ່ມຫວຽດນາມ ດີເດັ່ນແມ່ນລາງວັນຂອງສູນກາງຄະນະຊາວໜຸ່ມຫວຽດນາມ ຈັດຕັ້ງ, ເພື່ອແນໃສ່ສ້າງກຳລັງໜູນພັດທະນາໄວໜຸ່ມທີ່ມີຄວາມເກັ່ງກ້າສາມາດ ແລະ ຊຸກຍູ້ຂະບວນການຮ່່ຳຮຽນ, ຄົ້ນຄວ້າວິທະຍາສາດ…

ຕອບກັບ

ຂ່າວ/ບົດ​ອື່ນ