ເຊັນອະນຸມັດແຜນຮ່າງ ສ້າງໂຄງປະກອບລະບົບ ບັນດາອົງການສິນເຊື່ອ ໄລຍະ 2011-2015

ເຊັນອະນຸມັດແຜນຮ່າງ ສ້າງໂຄງປະກອບລະບົບ ບັນດາອົງການສິນເຊື່ອ ໄລຍະ 2011-2015 - ảnh 1
ພາບປະກອບ

(vovworld) - ທ່ານ​ນາຍົກລັດຖະມົນຕີຫາກໍ່ເຊັນ​ອະນຸມັດ​ແຜນ​ຮ່າງ ສ້າງ​ໂຄງ​ປະກອບ​ລະບົບ​ບັນດາ​ອົງການ​​ສິນ​ເຊື່ອ​ໄລຍະ 2011-2015 ຄືນ​ໃໝ່. ດ້ວຍ​ຈຸດໝາຍ​ສ້າງ​ໂຄງ​ປະກອບລະບົບ​ບັນດາ​ອົງການ​ສິນ​ເຊື່ອ​ຢ່າງເປັນ​ພື້ນຖານ, ​ເຖິງ​ຖອງ ​ແລະ​ ຮອບດ້ານ, ​ເພື່ອ​ຮອດ​ປີ 2020 ສາມາດ​ພັດທະນາ​ລະບົບ​ບັນດາ​ອົງການ​ສິນ​ເຊື່ອທີ່​ມີ​ຫຼາຍ​ບົດບາດ​ໜ້າ​ທີ່​ໃຫ້​ໄດ້. ​ແຜນ​ຮ່າງ​ໄດ້​ຊີ້​ແຈ້ງ​ເຖິງ​ການ​ຍົກ​ສູງ​ບົດບາດ, ທີ່​ຕັ້ງ​ຂອງ​ທະນາຄານ​ການ​ຄ້າ​ແຫ່ງ​ລັດ, ຮັບປະກັນ​ໃຫ້​ບັນດາ​ທະນາຄານ​ການ​ຄ້າ​ແຫ່ງ​ລັດ​ແມ່ນ​ກຳລັງ​ຕົ້ນ​ຕໍ່​ຂອງ​ລະບົບ​ບັນດາ​ອົງການ​ສິນ​ເຊື່ອ​ຢ່າງ​ແທ້​ຈິງ, ​ເຊິ່ງມີ​ຂອບ​ຂະໜາດ​ໃຫຍ່, ມີ​ການ​ເຄື່ອນ​ໄຫວ​ຢ່າງ​ປອດ​ໄພ, ມີ​ປະສິດ​ທິຜົນ ​ແລະ​ມີ​ຄວາມ​ສາມາດ​ບໍລິຫານ​ທີ່​ກ້າວໜ້າ, ມີ​ຄວາມ​ສາມາດ​ແກ່ງ​ແຍ່ງ​ທັງ​ຢູ່​ພາຍ​ໃນ ​ແລະ ​ຕ່າງປະ​ເທດ. ສູ້​ຊົນ​ຮອດ​ປີ 2015, ຈະສ້າງ​ຕັ້ງ​ທະນາຄານ​ການ​ຄ້າ​ແຫ່ງ​ລັດ​ທີ່​ບັນລຸ​ລະດັບ​ພາກ​ພື້ນ​ກ່ຽວ​ກັບ​ຂອບ​ຂະໜາດ, ການ​ບໍລິຫານ, ​ເຕັກ​ໂນ​ໂລ​ຢີ ​ແລະ ​ຄວາມ​ສາມາດ​ແກ່ງ​ແຍ່ງ​ໃຫ້​ໄດ້​ສອງ​ແຫ່ງ. ສືບ​ຕໍ່​ຍູ້​ແຮງ​ການ​ຫັນ​ບັນດາ​ທະນາຄານ​ການ​ຄ້າ​ແຫ່ງ​ລັດ​ເປັນ​ຫຸ້ນ​ສ່ວນ.

 

ຕອບກັບ

ຂ່າວ/ບົດ​ອື່ນ