ເຊື່ອມຕໍ່ເສດຖະກິດ ຫວຽດນາມ - ສິງກະໂປ

(VOVWORLD) -  - ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບທິດທາງເພື່ອເປີດກ້ວາງການຮ່ວມມືໃນບັນດາຂົງເຂດໃໝ່ເຊັ່ນ: ພະລັງງານ, ການພັດທະນາແບບຍືນຍົງ. ຫວຽດນາມຢືນຢັນບັນດາທັດສະນະ
ເຊື່ອມຕໍ່ເສດຖະກິດ ຫວຽດນາມ - ສິງກະໂປ - ảnh 1ກອງປະຊຸມຂັ້ນລົດຖະມົນຕີ ຄັ້ງທີ 17 ກ່ຽວກັບການເຊື່ອມຕໍ່ເສດຖະກິດ ຫວຽດນາມ-ສິງກະໂປ

ຕອນບ່າຍວັນທີ 27 ສິງຫາ, ທີ່ ຮ່າໂນຍ, ໄດ້ຈັດກອງປະຊຸມຂັ້ນລົດຖະມົນຕີ ຄັ້ງທີ 17 ກ່ຽວກັບການເຊື່ອມຕໍ່ເສດຖະກິດ ຫວຽດນາມ-ສິງກະໂປ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງຽນ ຈີ້ ຊຸ໋ງ ແລະ ລັດຖະມົນຕີຜູ້ທີສອງ ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີ ກະຊວງຊັບພະຍາກອນມະນຸດ ສິງກະໂປ, ທ່ານ ຕານ ຊີ ເລັງ.

ກອງປະຊຸມຄັ້ງນີ້, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບທິດທາງເພື່ອເປີດກ້ວາງການຮ່ວມມືໃນບັນດາຂົງເຂດໃໝ່ເຊັ່ນ: ພະລັງງານ, ການພັດທະນາແບບຍືນຍົງ. ຫວຽດນາມຢືນຢັນບັນດາທັດສະນະ ແລະ ຄວາມສົນໃຈຂອງຕົນຕໍ່ກັບການຮ່ວມມືກັບ ສິງກະໂປ ແມ່ນແນໃສ່ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫ່ວາງສອງປະເທດມີຄວາມເລິກເຊິ່ງຍິ່ງຂື້ນ. ຫວຽດນາມ ສົ່ງເສີມໃຫ້ບັນດາວິສາຫະກິດ ສິງກະໂປ ຍົກອອກບັນດາຂໍ້ສະເໜີກ່ຽວກັບການຮ່ວມມືໃໝ່ໆ ແລະ ເພີ່ມທະວີການລົງທຶນຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ