ເດັກນ້ອຍໃນທົ່ວປະເທດມີຄວາມເບີກບານມ່ວນຊື່ນຕ້ອນຮັບບຸນວັນເພັງເດືອນ8

ເດັກນ້ອຍໃນທົ່ວປະເທດມີຄວາມເບີກບານມ່ວນຊື່ນຕ້ອນຮັບບຸນວັນເພັງເດືອນ8 - ảnh 1
ລາຍການສະແດງສິລະປະຫນູນຊ່ວຍເດັກທຸກຍາກ
ພາບ:chinhphu.vn


 (vovworld)- ​ ຕອນ​ຄຳ່​ວັນ​ທີ 6/9 ຢູ່ ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​​ລາຍການ​ສະ​ແດງ​ສິລະ​ປະ​ເພື່ອ​ຫນູນ​ຊ່ວຍ​ເດັກນ້ອຍ​ທຸກ​ຍາກ​ຖືກ​​ເປັນພະຍາດຫົວ​ໃຈ, ​ເດັກ​ກຳພ້າ ພ້ອມ​ທັງ​ເຊີດ​ຊູບ​ັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນ​ມີ​ໃຈ​ບຸນ​ໃຈ​ກຸສົນ​ທີ່​ໄດ້​ຊ່ວຍ​ເຫລືອ​ເດັກ​ນ້ອຍ​ທຸກ​ຍາກ​ໃນ​ຊຸມ​ປີຜ່ານມາ. ປີ​ນີ້ ຄະນະ​ຈັດ​ຕັ້ງ ​ແລະ ບັນດາ​ນັກ​ອຸປະ​ຖຳ ​ໄດ້​ຫນູນ​ຊ່ວຍ​ລາຍ​ຈ່າຍ​ຜ່າຕັດ​ຫົວ​ໃຈ​ໃຫ້​ແກ່​ເດັກ​ທຸກ​ຍາກ​ຖື​ກຕິດພະຍາດ​ມາ​ແຕ່​ເກີດ 10 ຄົນ, ມອບ ປື້​ມ​ເງິນຝາກປະ​ຢັດ 100 ຫົວ, 50 ທຶນ​ສຶກສາ ​ແລະ ຂອງຂວັນ 1000 ພູດ ​ໃຫ້​ແກ່​ເດັກ​ນ້ອຍ​ຖືກ​ພະຍາດ​ຫນັກ, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ​ແລະ ​ເດັກ​ທຸກ​ຍາກ ດ້ວຍ​ຍອດ​ຈຳ​ນວນ​ເງິນ​ຂຶ້ນ​ເຖິງ ກວ່າ 1 ຕື້​ດົງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຫງວຽນ​ຈ້ອງ​ດາມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​ເນັ້ນ​ຫນັກ​ວ່າ:

        “ນີ້​ແມ່ນ​ການ​ກະທຳ​ມີ​ຄວາມ​ໝາຍ​ອັນ​ສູງ​ສົ່ງ​ເຕັ​ມ​ໄປ​ດ້ວຍ​ລັກສະນະ​ວັດທະນະທຳ​ມະນຸດ, ສະ​ແດງ​ຄວາມ​ຮັ​ກ​ແພງ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ສັງຄົມ​ທີ່​ມີ​ຕໍ່​ເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.ຂ້າພະ​ເຈົ້າ​ຫວັງ​ວ່າ ບັນດາ​ອົງການ, ວິ​ສາ​ຫະກິດ, ສ່ວນ​ບຸກຄົນ​ທີ່​ມີ​ໃຈ​ບຸນ​ໃຈ​ກຸສົນ​ຢູ່​ພາຍ​ໃນ ​ແລະ ຕ່າງ​ປະ​ເທດ ສືບ​ຕໍ່​ຮ່ວມ​​ແຮງ​ຮ່ວມ​ໃຈກັບພັກ ​ແລະ ລັດ ​ເບິ່ງ​ແຍງ​ດູ​ແລ​ທາ​ງດ້ານ​ວັດຖຸ​ໃຫ້​ແກ່​ເດັກນ້ອຍ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ.”

        ຢູ່ ນະຄອນ ດາ​ຫນັງ, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ​ໄດ້​ສົມທົບ​ກັບ ວັດ ບາ​ດາ ​ໄດ້​ມອບ​ຂອງຂວັນ 150 ພູດ ​ແລະ ຈຳນວນ​ເງິນ 50 ລ້ານ​ດົງ​ໃຫ້​ແກ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ຢູ່​ເມືອງ ​ແທງ​ເຄ ນະຄອນ​ດາ​ຫນັງ, ຊ່ວຍ​ພວກ​ນ້ອງ​ໄດ້​ຕ້ອນຮັບ​ບຸນວັນ​ເພັງ​ເດືອນ 8 ຢ່າງ​ເບີກບານ​ມ່ວນ​ຊື່ນ.

        ສ່ວນ​ຢູ່​ນະຄອນ​ໂຮ່ຈິ​ມີນ ​ແລະ ​ແຂວງ ກວ໋າງຫງາຍ ກໍ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ເພື່ອ​ຊ່ວຍ​ເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເດັກນ້ອຍ​ທຸກ​ຍາກ​ໄດ້​ຕ້ອນຮັບ​ບຸນ​ວັນ​ເພັງ​ເດືອນ8ຢ່າງ​ເບີກບານ​ມ່ວນ​ຊື່ນ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ.

 

ຂ່າວ/ບົດ​ອື່ນ