ເດັດດ່ຽວປົກປັກຮັກສາເອກະລາດ,ອະທິປະໄຕທະເລໝູ່ເກາະຂອງປະເທດຊາດ

ເດັດດ່ຽວປົກປັກຮັກສາເອກະລາດ,ອະທິປະໄຕທະເລໝູ່ເກາະຂອງປະເທດຊາດ - ảnh 1
ກອງ​ປະ​ຊຸມ​ປະ​ຈຳ​ເດືອນ 10/2014  ຂອງ​ລັດ​ຖະ​ບານ
ພາບ:chinhphu.vn

(vovworld)-​ ທີ່​ການ​ປະ​ຊຸມ​ຂ່າວ​ປະ​ຈຳ​ເດືອນ10 ​ຂອງ​ລັດ​ຖະ​ບານ​ ຊື່ງ​ດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 29/10, ທ່ານ ຫງວຽນ​ວັນ​ເນັນ, ລັດ​ຖະ​ມົນ​ຕີ, ຫົວ​ຫນ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຫລາຍ​ບັນ​ຫາ​ທາງ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ​ຊື່ງ​ຫາງ​ສຽງ​ສົນ​ໃຈ. ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ຫວ່າງ​ແລ້ວນີ້ ລັດ​ຖະ​ບານ ຫາກ​ໍ່​​ລາຍ​ງານສະ​ພາ​ແຫ່​ງ​ຊາດ​ກ່ຽວ​ກັບ​ສະ​ພາບ​ການ​ທະ​ເລ​ຕາ​ເວັນ​ອອກ ແລະ ມາດ​ຕະ​ການ​​ຊື່ງລັດ​ຖະ​ບານວາງ​ອອກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ ຫງວຽນ​ວັນ​ເນັນ ເນັ້ນ​ຫນັກ​ວ່າ: ສະ​ພາ​ແຫ່ງ​ຊາດ ຈະ​ປຶກ​ສາ​ຫາ​ລື, ໃຫ້​ຄຳ​ເຫັນ​ເພື່ອ​ໃຫ້​ລັດ​ຖະ​ບານ​ສືບ​ຕໍ່​ປະ​ຕິ​ບັດ​ຫນ້າ​ທີ່​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ທ່ານ ຫງວຽນ​ວັນ​ເນັນ ລັດ​ຖະ​ມົນ​ຕີ, ຫົວ​ຫນ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ຊີ້​ແຈ້ງວ່າ:

        “ຫວຽດ​ນາມ ມ​ີ​ພະ​ຍານ​ຫລັກ​ຖານ​ດ້ານ​ກົດ​ໝາຍ ແລະ ປະ​ຫວັດ​ສາດ​ຢ່າງ​ພຽງ​ພໍເພື່ອຢັ້ງ​ຢືນ​ວ່າ: ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ແມ່ນຂອງ​ຫວຽດ​ນາມ ແລະ ສະ​ເຫນີ​ໃຫ້​ບັນ​ດາ​ຝ່າຍ​ຕ້ອງ​ຮັກ​ສາ​ສະ​ພາບ​ເດີມ​ໄວ້. ຫລັກ​ໝັ້ນ​ຂອງ​ຫວຽດ​ນາມ ແມ່ນ​ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ທະ​ເລ​ໝູ່​ເກາະ​ຂອງ​ຕົນ​ໂດຍ​ສັນ​ຕິ​ວິ​ທີ, ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ ຕ້ອງ​ປະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ ແລະ ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982 ຢ່າ​ງ​ເຂັ້ມ​ງວດ.”

 

ຂ່າວ/ບົດ​ອື່ນ