ເດັດດ່ຽວປ່ຽນໃໝ່ເພື່ອຮັບໃຊ້ໃຫ້ແກ່ປະຊາຊົນແລະວິສາຫະກິດຢ່າງມີປະສິດທິຜົນ

ເດັດດ່ຽວປ່ຽນໃໝ່ເພື່ອຮັບໃຊ້ໃຫ້ແກ່ປະຊາຊົນແລະວິສາຫະກິດຢ່າງມີປະສິດທິຜົນ - ảnh 1
ທ່ານ ຮ່ວາງຈູງຫາຍ ທີ່ກອງປະຊຸມ
(ພາບ: hanoi
)

(vovworld) – ເດັດ​ດ່ຽວ​ປ່ຽນ​ໃໝ່​ເພື່ອ​ຮັບ​ໃຊ້​ໃຫ້​​ແກ່​ປະຊາຊົນ​ແລະ​ວິ​ສາ​ຫະກິດ​ຢ່າງ​ມີ​ປະສິດທິ​ຜົນ - ນັ້ນ​ແມ່ນ​ຄຳ​ຮຽກຮ້ອງ​ຂອງ​ທ່ານ ຮ່ວາງ​ຈູງ​ຫາຍ, ​ເລຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ທີ່ກອງ​ປະຊຸມ​ສະຫລຸບ 5 ປີ​ແຫ່ງ​ການ​ປະຕິບັດຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ (ຊຸດ​ທີ 11) ​ແລະ ​ແຜນການ​ຂອງ​ຄະນະ​ພັກ​ກ່ຽວ​ກັບ​ການ “ສືບ​ຕໍ່​ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ” ​ໄລຍະ 2011 – 2015, ຈັດ​ຕັ້ງ​ໃນ​ວັນ​ທີ 10/5. ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ ​ໄລຍະ 2011 – 2015, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ຮ່ວາງ​ຈູງ​ຫາຍ, ຢັ້ງຢືນ​ວ່າ: ​ເລື່ອງ​ຊີ້​ນຳ, ຈັດ​ຕັ້ງ​ຜັນ​ຂະຫຍາຍ​ການປະຕິບັດ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ, ​ແຜນການ​ຂອງ​ຄະນະ​ພັກ​ນະຄອນ​ໄດ້​ດຳ​ເນີນ​ຢ່າງ​ເປັນ​ເຈົ້າ​ການ, ​ເຂັ້ມ​ງວດ, ຄົບ​ຊຸດ, ຮອບດ້ານ, ມີຫົວຄິດ​ປະດິ​ດສ້າງ​ໃນ​ທົ່ວ​ນະຄອນ, ດ້ວຍ​ຈິດ​ໃຈ​ເປັນ​ແບບຢ່າງ​ນຳ​ໜ້າ​ຂອງ​ອົງຄະ​ນະ​ພັກ​ນະຄອນ. ການ​ຫັນ​ຈຸດ​ສຸມ​ຈາກ​ການ “ຮຳ່​ຮຽນ” ​ໄປ​ເປັນ “​ການ​ປະຕິບັດ​ຕາມ” ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ ​ໄດ້​ຮັບ​ການ​ຕອບ​ສະໜອງ​ຢ່າງ​ຫ້າວຫັນ​ຈາກ​ປະຊາຊົນ​ທຸ​ກຊັ້ນ​ວັນນະ. ວຽກ​ງານ​ໂຄສະນາ​ເຜີ​ຍ​ແຜ່​ໄດ້​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ຖື​ການ​ສຶກສາ​ຄຸນສົມບັດ​ສິນ​ທຳປະຕິວັດ, ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ ສຳລັບ​ລຸ້ນໜຸ່ມ, ຕິດ​ພັນ​ກັບ​ການ​ສ້າງ​ຊາວ ຮ່າ​ໂນ້ຍ ​ໃຫ້​ມີ​ຄວາມ​ສະພາບ​ຮຽບຮ້ອຍ, ອະລິຍະ​ທຳ.

ຂ່າວ/ບົດ​ອື່ນ