ເດືອນກຳມະກອນປີ 2019: ເບິ່ງແຍງດູແລຊີວິດທາງດ້ານວັດຖຸ,ຈິດໃຈຢ່າງຮອບດ້ານໃຫ້ແກ່ຜູ້ອອກແຮງງານ

(VOVWORLD) -ຕອນເຊົ້າວັນທີ 26 ເມສາ, ຢູ່ເຂດອຸດສາຫະກຳ ທັງລອງ, ສະຫະພັນແຮງງານນະຄອນຮ່າໂນ້ຍ ໄດ້ຈັດພິທີປຸກລະດົມເດືອນກຳມະກອນປີ 2019, ສະເຫຼີມສະຫຼອງ 133 ປີແຫ່ງວັນກຳມະກອນສາກົນ 01 ພຶດສະພາ ແລະ ປຸກລະດົມການແຂ່ງຂັນຂ່ຳນັບຕ້ອນຮັບ 90 ປີແຫ່ງວັນສ້າງຕັ້ງກຳມະບານຫວຽດນາມ (28 ກໍລະກົດ 1929 - 27 ກໍລະກົດ 2019).

ເດືອນກຳມະກອນປີ 2019: ເບິ່ງແຍງດູແລຊີວິດທາງດ້ານວັດຖຸ,ຈິດໃຈຢ່າງຮອບດ້ານໃຫ້ແກ່ຜູ້ອອກແຮງງານ - ảnh 1 ເບິ່ງແຍງດູແລຊີວິດທາງດ້ານວັດຖຸ,ຈິດໃຈຢ່າງຮອບດ້ານໃຫ້ແກ່ຜູ້ອອກແຮງງານ

(ພາບ: TTXVN)

ທີ່ພິທີ, ທ່ານນາງ ຫງວຽນທິຕ໊ວຽນ, ປະທານສະຫະພັນແຮງງານຮ່າໂນ້ຍ ໃຫ້ຮູ້ວ່າ, ໂດຍສືບຕໍ່ບັນດາຜົນສຳເລັດຂອງເດືອນກຳມະກອນ ໃນຕະຫຼອດ 8 ເດືອນຜ່ານມາ, ເດືອນກຳມະກອນປີ 2019, ຮ່າໂນ້ຍ ຈະສຸມໃສ່ເບິ່ງແຍງດູແລຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ແກ່ກຳມະກອນຜູ້ອອກແຮງງານ; ລະດົມການສົມທົບກັນຢ່າງຄົບຊຸດຂອງທຸກຂັ້ນ, ທຸກຂະແໜງການ, ວິສາຫະກິດ ເພື່ອເບິ່ງແຍງດູແລ, ສ້າງຖັນແຖວກຳມະກອນ, ພາລະກອນຜູ້ອອກແຮງງານໃຫ້ໝັ້ນຄົງເຂັ້ມແຂງ, ຕອບສະໜອງຄວາມຮຽກຮ້ອງໃນສະໄໝຍູ້ແຮງການຫັນນະຄອນຫຼວງ, ປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ