ເດືອນ​ມັງກອນ, ຫວຽດນາມ ດຶງດູດ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ໄດ້ 1,9 ຕື້ USD

(VOVWORLD) - ກົມລົງທຶນຕ່າງປະເທດ ໃຫ້ຮູ້ວ່າ ນັບແຕ່ຕົ້ນປີ ມາຮອດ ວັນທີ 20 ມັງກອນ, ລວມຍອດທຶນຈົດທະບຽນໃໝ່, ເພີ່ມເງິນລົງທຶນ ແລະ ປະກອບທຶນຊື້ຫຸ້ນຂອງນັກລົງທຶນຕ່າງປະເທດ ຢູ່ຫວຽດນາມ ບັນລຸໄດ້ 1,9 ຕື້ USD, ເພີ່ມຂຶ້ນເກືອບ 52% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018.

ຕາມຂົງເຂດລົງທຶນແລ້ວ, ນັກລົງທຶນຕ່າງປະເທດໄດ້ລົງທຶນ ເຂົ້າ 18 ຂົງເຂດ, ໃນນັ້ນ, ຂົງເຂດອຸດສາຫະກໍາປຸງແຕ່ງ, ປະດິດສ້າງ ໄດ້ດຶງດູດຄວາມສົນໃຈຫຼາຍທີ່ສຸດ ດ້ວຍຍອດເງິນລົງທຶນບັນລຸໄດ້ 1,19 ຕື້ USD, ກວມເອົາ 62,4% ຂອງຈໍານວນເງິນທຶນຈົດທະບຽນທັງໝົດ. ຖັດຈາກນັ້ນຕາມລໍາດັບ ແມ່ນ ຂົງເຂດການເຄື່ອນໄຫວດ້ານວິຊາສະເພາະ, ວິທະຍາສາດເຕັກໂນໂລຢີ; ຂົງເຂດເຄື່ອນໄຫວດໍາເນີນທຸລະກິດອະສັງຫາລິມະຊັບ.

        ຕາມຄູ່ຮ່ວມມືລົງທຶນແລ້ວ, ມີ 51 ປະເທດ ແລະ ເຂດແຄວ້ນ ມີໂຄງການລົງທຶນ ຢູ່ຫວຽດນາມ, ໃນນັ້ນ ຍີ່ປຸ່ນ ຢືນອັນດັບທີໜຶ່ງ; ສ.ເກົາຫຼີ ຢືນອັນດັບທີ 2 ແລະ ຈີນ ຢືນອັນດັບທີ 3.

        ຕາມບໍລິເວນລົງທຶນແລ້ວ, ມີ 39 ແຂວງ, ນະຄອນ ໄດ້ຮັບການລົງທຶນຈາກຕ່າງປະເທດ, ໃນນັ້ນ, ນະຄອນໂຮ່ຈີມິນ ດຶງດູດເງິນລົງທຶນຈາກຕ່າງປະເທດໄດ້ຫຼາຍທີ່ສຸດ. ຖັດຈາກນັ້ນ ແມ່ນ ແຂວງບິ່ງເຢືອງ ແລະ ຫ໋າຍເຢືອງ.


ຕອບກັບ

ຂ່າວ/ບົດ​ອື່ນ