​ເດືອນ​ມະນຸດສະ​ທໍາ​ປີ 2020: ມຸ່ງ​ໄປ​ສູ່​ການ​ການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຂອງ​ວົງ​ຄະນະ​ຍາດ

(VOVWORLD) -ບັນດາການເຄື່ອນໄຫວດັ່ງກ່າວ ກໍເພື່ອແນໃສ່ຕອບສະໜອງຫົວຂໍ້ຂອງວັນສະພາກາແດງ ແລະ ຊິກວົງເດືອນແດງສາກົນປີ 2020 ທີ່ວ່າ “ເຖິງວ່າທ່ານແມ່ນໃຜກໍຕາມ, ເມື່ອທ່ານຕ້ອງການ - ພວກເຮົາມີໜ້າ”.
​ເດືອນ​ມະນຸດສະ​ທໍາ​ປີ 2020: ມຸ່ງ​ໄປ​ສູ່​ການ​ການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຂອງ​ວົງ​ຄະນະ​ຍາດ - ảnh 1ຕາງໜ້າບໍລິສັດຫຸ້ນສ່ວນ ຝູຖ໊າຍ ມອບຂອງຂວັນຈໍານວນ 1.000 ພຸຸດໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ ໂດຍຜ່ານສະພາກາແດງນະຄອນຮ່າໂນ້ຍ (ພາບ: TTXVN)

        “ຮ່ວມແຮງຮ່ວມໃຈເພື່ອສຸຂະພາບຂອງວົງຄະນະຍາດ” ແມ່ນຫົວຂໍ້ຂອງເດືອນມະນຸດສະທໍາປີີ 2020. ວັນທີ 27 ເມສາ, ສູນກາງສະພາກາແດງ ຫວຽດນາມ ໃຫ້ຮູ້ວ່າ: ເດືອນມະນຸດສະທໍາປີ 2020 ຈະດໍາເນີນໃນລະຫວ່າງວັນທີ 01 – 31 ພຶດສະພາ, ເຊິ່ງຈຸດເນັ້ນໜັກແມ່ນແຕ່ວັນທີ 8 ພຶດສະພາ (ວັນສະພາກາແດງ ແລະ ຊິກວົງເດືອນແດງສາກົນ) ຫາວັນທີ 19 ພຶດສະພາ (ເຊິ່ງເປັນວັນຄ້າຍວັນເກີດປະທານໂຮ່ຈີມິນ - ຜູ້ສ້າງຕັ້ງ ແລະ ກໍເປັນປະທານກຽດຕິມະສັກຄົນທໍາອິດຂອງສະພາກາແດງຫວຽດນາມ) ຈະໄດ້ຜັນຂະຫຍາຍໃນທົ່ວປະເທດ. ເດືອນມະນຸດສະທໍາປີ 2020 ເພື່ອແນໃສ່ຮຽກຮ້ອງທົ່ວສັງຄົມຮ່ວມແຮງຮ່ວມໃຈເບິ່ງແຍງດູແລສຸຂະພາບຂອງວົງຄະນະຍາດ; ປະຊາຄົມແຕ່ລະຄົນຕ້ອງເອົາໃຈໃສ່ເຖິງການເບິ່ງແຍງດູແລ, ຮັກສາສຸຂະພາບຂອງຕົນ, ຂອງສະມາຊິກໃນຄອບຄົວ ແລະ ສັງຄົມ, ມຸ່ງໄປສູ່ປະຊາຄົມເຂັ້ມແຂງ, ຍູ້ໂລກລະບາດໃຫ້ຖອຍໄປ; ປຸກລຸກນໍ້າໃຈເມດຕາປານີຂອງປະຊາຊົນທຸກຊັ້ນວັນນະ ແລະ ຄວາມຮັບຜິດຊອບຂອງປະຊາຄົມໃນວຽກງານມະນຸດສະທໍາ ແລະ ການເຄື່ອນໄຫວກາແດງ... ບັນດາການເຄື່ອນໄຫວດັ່ງກ່າວ ກໍເພື່ອແນໃສ່ຕອບສະໜອງຫົວຂໍ້ຂອງວັນສະພາກາແດງ ແລະ ຊິກວົງເດືອນແດງສາກົນປີ 2020 ທີ່ວ່າ “ເຖິງວ່າທ່ານແມ່ນໃຜກໍຕາມ, ເມື່ອທ່ານຕ້ອງການ - ພວກເຮົາມີໜ້າ”.

 

 

ຕອບກັບ

ຂ່າວ/ບົດ​ອື່ນ