ເດືອນມະນຸດສະທຳ 2022, ໜູນຊ່ວຍຊາວປະມົງຜູ້ທຸກຍາກ ແລະ ເດັກທູກຍາກ, ພິການ

(VOVWORLD) -ປະຕິບັດລາຍການ “ໂພສະນາການໃຫ້ແກ່ເດັກທຸກຍາກ, ພິການ”, ສະພາກາແດງມຸ່ງໄປເຖິງການໜູນຊ່ວຍທັນຍາຫານໂພສະນາການທີ່ຈຳເປັນໃຫ້ເດັກທຸກຍາກ 1 ລ້ານຄົນ
ເດືອນມະນຸດສະທຳ 2022, ໜູນຊ່ວຍຊາວປະມົງຜູ້ທຸກຍາກ ແລະ ເດັກທູກຍາກ, ພິການ - ảnh 1(ເດືອນມະນຸດສະທຳ 2022 ມີຫຼາຍລາຍການໜູນຊ່ວຍບັນດາຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ)

ເດືອນມະນຸດສະທຳ 2022, ດຳເນີນນຕະຫຼອດເດືອນ ພຶດສະພາ ປີນີ້, ເຊິ່ງລວມມີຫຼາຍລາຍການໜູນຊ່ວຍບັນດາຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ. ໃນເດືອນ ພຶດສະພາ ນີ້, ສະພາກາແດງ ຫວຽດນາມ ໄດ້ສູ້ຊົນ, ຂົນຂວາຍແຫຼ່ງການເງິນໃຫ້ໄດ້ 400 ຕື້ດົ່ງ ເພື່ອໜູນຊ່ວຍຜູ້ປະສົບກັບຄວາມຫຍຸ້ງຍາກກວ່າ 1 ລ້ານເທື່ອຄົນ, ໃນນັ້ນມີ 100.000 ສະຖານທີ່ມະນຸດສະທຳ.

        ປະຕິບັດລາຍການ “ໂພສະນາການໃຫ້ແກ່ເດັກທຸກຍາກ, ພິການ”, ສະພາກາແດງມຸ່ງໄປເຖິງການໜູນຊ່ວຍທັນຍາຫານໂພສະນາການທີ່ຈຳເປັນໃຫ້ເດັກທຸກຍາກ 1 ລ້ານຄົນ; ພັດທະນາ ແລະ ຮັກສາຮ້ານເຂົ້າສັງຄົມ 20 ຮ້ານ; ທະນາຄານໂພສະນາການສະໜອງທັນຍາຫານໂດຍບໍ່ເສຍຄ່າໃຫ້ແກ່ເດັກ 20 ແຫ່ງ; ແນະນຳຄວາມຮູ້ ແລະ ທັກສະເບິ່ງແຍງດູແລກເດັກຢູ່ເຮືອນໃຫ້ບັນລຸປະສິດທິຜົນໃຫ້ 100.000 ຄອບຄົວ …

        ທ່ານ ເຈິ່ນກວກຮຸ່ງ, ຮອງປະທານສະພາກາແດງ ຫວຽດນາມ, ໃຫ້ຮູ້ວ່າ:

        “ຕົວຈິງ, ໃນປະຈຸບັນພວກຂ້າພະເຈົ້າໄດ້ຜັນຂະຫຍາຍການປະສານສົມທົບການເຄື່ອນໄຫວນີ້, ສຸມໃສ່ຢູ່ບັນດາແຂວງເຂດແຄມຝັ່ງທະເລທາງພາກກາງ ສຳລັບເປົ້າໝາຍແມ່ນຊາວປະມົງຜູ້ທຸກຍາກ. ນອກນັ້ນ, ບັນດາຜູ້ຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19 ກໍ່ແມ່ນກຸ່ມຄົນໄດ້ຮັບບຸລິມະສິດໃນເດືອນມະນຸດສະທຳ 2022 ກໍຄື 2 ລາຍການຈຸດສຸມຂອງພວກຂ້າພະເຈົ້າ”.

ຕອບກັບ

ຂ່າວ/ບົດ​ອື່ນ