ເຕິກກີຈັບຕົວຊາວຕ່າງປະເທດ8ຄົນທີ່ສົງໄສວ່າເປັນສະມາຊິກຂອງກຸ່ມIS

ເຕິກກີຈັບຕົວຊາວຕ່າງປະເທດ8ຄົນທີ່ສົງໄສວ່າເປັນສະມາຊິກຂອງກຸ່ມIS - ảnh 1
ກຳລັງ​ປ້ອງ​ກັນ​ຄວາມ​ສະ​ຫົງ​ບ ​ເຕິກກີ
(ພາບ:REUTERS)

(vovworld) - ວັນ​ທີ 21/3, ກຳລັງ​ປ້ອງ​ກັນ​ຄວາມ​ສະ​ຫົງ​ບ ​ເຕິກກີ​​ໄດ້ຈັບ​ຕົວ​ຊາວ​ຕ່າງປະ​ເທດ 8 ຄົນ​ທີ່​ຖືກສົງ​ໄສ​ວ່າ ​ເປັນ​ສະມາຊິກ​ຂອງ​ອົງການ​ກໍ່​ການ​ຮ້າຍ​ແຫ່ງ​ລັດ​ອິດສະ​ລາມ (IS). ວົງ​ການ​ເຈົ້າ​ໜ້າ​ທີ່​ ​ເຕິ​ກກີ ​ໃຫ້​ຮູ້​ວ່າ, ​ໃນ​ຈຳນວນ 8 ຄົນ​ດັ່ງກ່າວ ມີ 3 ຄົນ​ຖືກ​ຈັບຕົວ​ຢູ່​ເທດສະບານ​ເຂດ​ຊາຍ​ແດນ Hatay ​ເມື່ອ​ກຳລັງ​ເຂົ້າ ຊີຣີຢ່າງ​ຜິດ​ກົດໝາຍ​ໃນ​ວັນ​ທີ 20/3.

​ໃນ​ວັນ​ດຽວ​ກັນ, ສຳນັກ​ຂ່າວສານ Dogan ​ໃຫ້​ຮູ້​ວ່າ, ຜູ້​ຖືກ​ສົງ​ໄສ​ອີກ 2 ຄົນ ​ແມ່ນ​ຖືກ​ຈັບ​ຕົວ​ຢູ່​ປ້ອມ​ກວດກາ​ຊາຍ​ແດນ Ermis, ​ແຂວງ Gaziantep. ກ່ອນ​ນັ້ນ, ມີ 3 ຄົນ​ຖືກ​ຈັບ​ຕົວ​ຢູ່​ເທດສສະບາ​ນ Kilis ​ໃນ​ວັນ​ທີ 18/3. ບັນດາ​ເຫດ​ຈັບ​ຕົວ​ນີ້​ແມ່ນ​ດຳ​ເນີນ​ໃນ​ສະພາບ​ການ​ທີ່​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ເຕິ​ກກີ ພວມ​ຖືກ​ຈັດ​ວາງ​ໃນ​ສະຖານະ​ການ​ເຕືອນ​ໄພ​ສູງ ​ເພື່ອ​ກວາດ​ລ້າງ​ບັນດາ​ພາກສ່ວນ​ໃນ​ກຸ່ມ IS.

ຂ່າວ/ບົດ​ອື່ນ