“ເຕັກໂນໂລຊີການສື່ສານນະໂຍບາຍໃນສັງກາດ 4.0”: ຖືເຕັກໂນໂລຊີເປັນໃຈກາງ

(VOVWORLD) -ການສື່ສານໃນສັງກາດ 4.0 ຍັງແມ່ນເວທີປາໄສເພື່ອທົດລອງບັນດານະໂຍບາຍໃໝ່, ເພື່ອໃຫ້ປະຊາຊົນໄຈ້ແຍກຕີລາຄາປະກອບສ່ວນເພື່ອສ້າງບັນດານະໂຍບາຍໃຫ້ສົມບູນແບບ.

ວັນທີ 01 ພະຈິກ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາ “ເຕັກໂນໂລຊີການສື່ສານນະໂຍບາຍໃນສັງກາດ 4.0”, ໂດຍ VOV, ສະຖາບັນສື່ມວນຊົນ ແລະ ໂຄສະນາ ແລະ ອົງການສາກົນສ.ເກົາຫຼີ ສົມທົບກັນຈັດຕັ້ງ. ກອງປະຊຸມໂດຍມີການເຂົ້າຮ່ວມຂອງບັນດານັກຊ່ຽວຊານຫວຽດນາມ ແລະ ສ.ເກົາຫຼີ ໃນຂົງເຂດວາງແຜນ, ນະໂຍບາຍ, ສື່ສານ ແລະ ສິດສອນນະໂຍບາຍ.

        ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານປະລິຍາເອກ ເຈິ່ນມິນຮຸ່ງ, ຮອງຜູ້ອຳນວຍການໃຫຍ່ VOV, ເນັ້ນໜັກວ່າ.

        “ການສື່ສານບໍ່ພຽງແຕ່ແມ່ນການສົ່ງນະໂຍບາຍໄປໃຫ້ເປົ້າໝາຍທີ່ໄດ້ຮັບນະໂຍບາຍເທົ່ານັ້ນ. ການສື່ສານໃນສັງກາດ 4.0 ຍັງແມ່ນເວທີປາໄສເພື່ອທົດລອງບັນດານະໂຍບາຍໃໝ່, ເພື່ອໃຫ້ປະຊາຊົນໄຈ້ແຍກຕີລາຄາປະກອບສ່ວນເພື່ອສ້າງບັນດານະໂຍບາຍໃຫ້ສົມບູນແບບ. ຜ່ານການສ້າງຕັ້ງ ແລະ ພັດທະນາມາເປັນເວລາ 74 ປີ, ປະຈຸບັນ VOV ບໍ່ພຽງແຕ່ແມ່ນອົງການເພື່ອຈັດສົ່ງຂໍ້ມູນຂ່າວສານ, ນະໂຍບາຍຂອງພັກ ແລະ ລັດເຖິງປະຊາຊົນເທົ່ານັ້ນ, ຫາກຍັງແມ່ນເວທີປາໄສທີ່ໜ້າໄວ້ເນື້ອເຊື່ອໃຈຂອງປະຊາຊົນ”.

        ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານຫວຽດນາມ ແລະ ສ.ເກົາຫຼີ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບບົດບາດ ແລະ ສິ່ງທ້າທາຍຂອງເຕັກໂນໂລຊີ, ການປະຕິວັດອຸດສາຫະກຳ 4.0 ດ້ວຍການສື່ສານນະໂຍບາຍ, ການສື່ສານສັງຄົມ ແລະ ລັດຖະບານເອເລັກໂຕນິກ…

ຕອບກັບ

ຂ່າວ/ບົດ​ອື່ນ