ເຕົ້າໂຮມວິສາຫະກິດທີ່ມີເຄື່ອງໝາຍການຄ້າມີຊື່ສຽງຫລາຍແຫ່ງ

ເຕົ້າໂຮມວິສາຫະກິດທີ່ມີເຄື່ອງໝາຍການຄ້າມີຊື່ສຽງຫລາຍແຫ່ງ - ảnh 1
(ພາບປະກອບ)

(vovworld) – ​ ​ ຕອນ​ເຊົ້າ​ວັນ​ທີ 13/04, ງານ​ຕະຫລາດນັດ​ການ​ຄ້າ​ສາກົນ ຫວຽດນາມ ຄັ້ງ​ທີ 26 – VIETNAMEXPO ​ໄຂ​ຂຶ້ນ​ຢູ່ ຮ່າ​ໂນ້ຍ. ນີ້​ແມ່ນ​ເຫດການ​ສົ່ງ​ເສີມດ້ານ​ການ​ຄ້າ​ປະຈຳ​ປີ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດທີ່​ມີອິດ​ທິພົນ​ຊື່​ສຽງ​ທັງ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດຫລາຍ​ແຫ່ງ. ງານ​ຕະຫລາດນັດ ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ເກືອບ 600 ຮ້ານ​ວາງສະ​ແດງ​ຂອງ​ວິ​ສາ​ຫະກິດ​ ຫວຽດນາມ ​ແລະ ສາກົນ ກ່ວາ 500 ​ແຫ່ງທີ່​ມາ​ຈາກ 23 ປະ​ເທດ ​ແລະ ​ເຂດ​​ແຄ້ວ​ນຄື: ອິນ​ເດຍ, ຈີນ, ສ.​ເກົາຫຼີ, ມົງ​ໂກນ, ລາວ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ສິງ​ກາ​ໂປ, ​ໄທ, ສປປ ​ເກົາຫຼີ, ​ແອັດ​ສະ​ປາຍ, ອົດ​ສະ​ຕາ​ລີ, ​ເຕີກ​ກີ…​ບັນດາ​ຂະ​ແໜງສິນຄ້າ​ຕະພັນ​ຕົ້ນຕໍ​ຖືກວາງສະ​ແດງ​ຢູ່​ງານ​ຕະຫລາດ​ນັດ​ຄັ້ງ​ນີ້​ແມ່ນ: ອຸປະກອນ​ເຄື່ອງ​ຈັກ, ວັດ​ສະ​ດຸ​ກໍ່ສ້າງ, ​ໄຟຟ້າ, ​ເອ​ເລັກ​ໂຄ​ນິກ ​ແລະ ​​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ…ນີ້​ແມ່ນ​ໂອກາດ ​ເພື່ອ​ໃຫ້ ຫວຽດນາມ ​ໂຄສະນາ​ເຜີຍ​ແຜ່​ເຄື່ອງໝາຍ​ການ​ຄ້າ​​ເຖິງ​ບັນດາ​ເພື່ອນ​ມິດສາ​ກົນ ​ໂດຍ​ຜ່ານ​ເຂດ​ຮ້ານ​ວາງສະ​ແດງ​ຂອງວິ​ສາ​ຫະກິດ​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ.

        ງານ​ຕະຫລາດນັດ​ການ​ຄ້າ​ສາກົນ ຫວຽດນາມ ຄັ້ງ​ທີ່ 26 ດ້ວຍ​ຫົວ​ຂໍ້​ວ່າ “VIETNAMEXPO - ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ເສດ​ຖະກິດ​ພາກ​ພື້ນ ​ແລະ ສາກົນ” ຈະ​ດຳ​ເນີນ​ຮອດ​ວັນ​ທີ 16/04.

 

ຂ່າວ/ບົດ​ອື່ນ