ເນື່ອງ​ໃນ​ໂອ​ກາດ​ສັບ​ປະ​ດາ​ທະ​ເລ ແລະ ໝູ່​ເກາະ 2020 : ປົກ​ປັກຮັກ​ສາ ແລະ ພັດ​ທະ​ນາ​ແຫຼ່ງ​ຜົນ​ປະ​ໂຫຍດ​ສິນ​ທະ​ເລ​ເພື່ອ​​ມະ​ຫາ​ສະ​ມຸດແຫ່ງ​ສີ​ຟ້າ

(VOVWORLD) -  ໂດຍຕອບສະໜອງວັນມະຫາສະມຸດໂລກ (ວັນທີ 8 ມິຖຸນາ), ຫວຽດນາມໄດ້ຈັດຕັ້ງສັບປະດາທະເລ ແລະ ໝູ່ເກາະຫວຽດນາມດ້ວຍບັນດາລາຍການ, ການກະທຳຢູ່ ທ້ອງຖິ່ນຕ່າງໆໃນທົ່ວປະເທດ.
ເນື່ອງ​ໃນ​ໂອ​ກາດ​ສັບ​ປະ​ດາ​ທະ​ເລ ແລະ ໝູ່​ເກາະ 2020 : ປົກ​ປັກຮັກ​ສາ ແລະ ພັດ​ທະ​ນາ​ແຫຼ່ງ​ຜົນ​ປະ​ໂຫຍດ​ສິນ​ທະ​ເລ​ເພື່ອ​​ມະ​ຫາ​ສະ​ມຸດແຫ່ງ​ສີ​ຟ້າ - ảnh 1ຊາວປະມົງຫວຽດນາມ (ພາບ: TTXVN) 

ນີ້ກໍ່ແມ່ນໂອກາດເພື່ອຊຸກຍູ້ການໂຄສະນາເຜີຍແຜ່ໂຄສະນາ , ຍູ້ແຮງໂຄງການເຄື່ອນໄຫວຢ່າງລະອຽດເພື່ອປະຕິບັດມະຕິເລກທີ 36 – ຂອງສູນກາງພັກ ກ່ຽວກັບຍຸດທະສາດພັດທະນາ ເສດຖະກິດທະເລຫວຽດນາມແບບຍືນຍົງ ຮອດປີ 2030, ວິໄສທັດຮອດປີ 2045. ໃນນັ້ນ, ໜຶ່ງໃນ 6 ແຜນນະໂຍບາຍໃຫຍ່ແມ່ນປູກລ້ຽງ ແລະ ຂຸດຄົ້ນສິນທະເລດ້ວຍການຮັກສາແຫຼ່ງຜົນປະໂຫຍດສິນທະເລທີ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກ ທຸກຂັ້ນ, ທຸກຂະແໜງການ, ບັນດາທ້ອງຖິ່ນໃນທົ່ວປະເທດ, ປະກອບສ່ວນສຳຄັນເພື່ອໃຫ້ປະເທດ ຫວຽດນາມກາຍເປັນປະເທດທີ່ມີຄວາມເຂັ້ມແຂງທາງທະເລ, ມີຄວາມຮັ່ງມີຈາກທະເລ, ພ້ອມທັງປົກປັກຮັກສາອະທິປະໄຕແຫ່ງຊາດຢູ່ທະເລໃຫ້ມີຄວາມໝັ້ນຄົງ, ສ້າງຄວາມຮັບຜິດຊອບພ້ອມກັບປະຊາຄົມສາກົນມານະພະຍາຍາມແກ້ໄຂບັນດາບັນຫາກ່ຽວກັບທະເລ ແລະ ໝູ່ເກາະ, ຮ່ວມແຮງຮ່ວມໃຈປົກປັກຮັກສາມະຫາສະມຸດສີຟ້າ, ໜ່ວຍໂລກສີຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ