ເນື້ອໃນຈຸດສຸມຂອງກອງປະຊຸມຄັ້ງປະຖົມມະເລີກ,ສະພາແຫ່ງຊາດຊຸດທີ 14

ເນື້ອໃນຈຸດສຸມຂອງກອງປະຊຸມຄັ້ງປະຖົມມະເລີກ,ສະພາແຫ່ງຊາດຊຸດທີ 14 - ảnh 1
ທ່ານ ຫງວຽນ​ແຫ້ງ​ຟຸກ ເລຂາທິການ​ໃຫຍ່​ສະພາ
​ແຫ່ງ​ຊາດ ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ

(vovworld) - ຕອນ​ບ່າຍ​ວັນ​ທີ 19/7, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ຈັດ​ຕັ້ງ​ການປະຊຸມ​ຂ່າວ​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ເນື້ອ​ໃນ​ຈຸດ​ສຸມ​ຂອງ​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14, ​ເຊິ່ງຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 20-29/7. ຕາມ​ນັ້ນ​ແລ້ວ, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ຈະ​ສະຫງວນ​ເວລາ 6 ວັນ​ເພື່ອ​ພິຈາລະນາ, ຕົກລົງ​ວຽກ​ງານ​ຈັດ​ຕັ້ງ​ບຸກຄະລາ​ກອນ​ຂັ້ນ​ສູງ​ຂອງ​ລັດ. ສະພາ​ແຫ່ງ​ຊາດ​ກໍ່​ສະຫງວນ​ເວລາ 2 ວັນ​ເພື່ອ​ພິຈາລະນາ, ປຶກສາ​ຫາລື​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ໃນ 6 ​ເດືອນ​ຕົ້ນ​ປີ, ມາດ​ຕະການ​ແກ້​ໄຂ​ໃນ 6 ​ເດືອນ​ທ້າຍ​ປີ; ພິຈາລະນາ​ຮັບຮອງ​ເອົາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ລາຍການ​ສ້າງ​ກົດໝາຍ, ລັດຖະບັນ​ຍັດ, ລາຍການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ປີ 2017. ທ່ານ ຫງວຽນ​ແຫ້ງ​ຟຸກ, ​ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ຊາດ, ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ​ໃຫ້​ຮູ້​ວ່າ:

        “ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ນີ້, ມີ​ຈຳນວນ​ສະມາຊິກ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຄືນ​ໃໝ່​ກວມປະມານ 36%, ​ແມ່ນ​ລະດັບ​ສູງ​ສຸດ​ເມື່ອ​ທຽບ​ໃສ່ 3 ສະ​ໄໝ​ຜ່ານ​ມາ. ທີ​ສອງ​ແມ່ນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່​ກໍ່​ມີ​ຫຼາຍ​ທ່ານ​​ເຮັດ​ວຽກ​ໃນ​ຂົງ​ເຂດ​ຕຸລາການ. ທີ​ສາມ​ແມ່ນ​ຫວ່າງ​ແລ້ວ​ນີ້​ຄະນະ​ປະຕິບັດວຽກ​ງານ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ຊຸດອົບຮົມ​ໃຫ້​ບັນດາ​ສະມາຊິກ​ໃໝ່​ເພື່ອ​ໃຫ້​ເຂົາ​ເຈົ້າ​ຊອກ​ຮູ້​ກ່ຽວ​ກັບ​ຂັ້ນ​ຕອນ​ນິຕິບັນຍັດ​ແມ່ນ​ຄື​ແນວ​ໃດ. ຂ້າພະ​ເຈົ້າ​ຄິດ​ວ່າ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ງຊາດ​ຊຸດ​ທີ 14 ມີ​ຄຸນ​ນະພາ​ບສູງ ​ແລະ ມີ​ໂຄງ​ປະກອບ​ດີ​ທີ່​ສຸດ​ເມື່ອ​ທຽບ​ກັບ​ບັນດາ​ຊຸດ​ກ່ອນ, ​ເພາະວ່າ​ຜູ້ທີ່​ມີ​ລະດັບ​ມະຫາວິທະຍາ​ໄລ​ກວມ​ເຖິງ 94%, ​ໃນ​ນັ້ນ 62% ມີ​ລະດັບ​ເໜືອ​ມະຫາວິທະຍາ​ໄລ.

ຂ່າວ/ບົດ​ອື່ນ