ເນື້ອໃນຖະແຫລງຂ່າວການຕ່າງປະເທດຕິດພັນກັບການເຄື່ອນໄຫວບັນດາເຫດການສຳຄັນຂອງປະເທດຊາດ

(VOVWORLD) - ວັນທີ 24 ທັນວາ ຢູ່ ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມທົ່ວປະເທດສະຫລຸບວຽກງານຖະແຫລງຂ່າວການຕ່າງປະເທດ; ໂຄສະນາທະເລໝູ່ເກາະ; ຂີດຂັ້ນປັກຫລັກໝາຍຊາຍແດນ, ການຄຸ້ມຄອງຊາຍແດນປີ 2019 ແລະ ຜັນຂະຫຍາຍຫນ້າທີ່ປີ 2020. 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວໍວັນເຖືອງ ຫົວຫນ້າຄະນະໂຄສະນາສຶກສາສູນກາງ, ຫົວຫນ້າຄະນະຊີ້ນຳວຽກງານຖະແຫລງຂ່າວການຕ່າງປະເທດສູນກາງ ເນັ້ນຫນັກວ່າ ປີ 2020 ວຽກງານຖະແຫລງຂ່າວການຕ່າງປະເທດ, ໂຄສະນາທະເລໝູ່ກເກາະ, ການຂີດຂັ້ນປັກຫລັກໝາຍຊາຍແດນ ແລະ ການຄຸ້ມຄອງຊາຍແດນທາງບົກ ຄວນສືບຕໍ່ປະກອບສ່ວນຮັບປະກັນສອງເປົ້າສຳຄັນ ນັ້ນແມ່ນເດັດດ່ຽວ, ຢືດໝັ້ນການປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ແລະຮັກສາສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ. ທ່ານຫວໍວັນເຖືອງ ເນັ້ນຫນັກວ່າ:

“ສືບຕໍ່ເພີ່ມທະວີການສະຫນິດຕິດພັນລະຫວ່າງການຕ່າງປະເທດຂອງພັກ, ການຕ່າງປະເທດຂອງລັດ ແລະ ການຕ່າງປະເທດຂອງປະຊາຊົນ, ລະຫວ່າງຖະແຫລງຂ່າວພາຍໃນ ແລະການຕ່າງປະເທດ, ເປັນເຈົ້າການຕິດພັນບັນດາເນື້ອໃນຖະແຫລງຂ່າວການຕ່າງປະເທດ, ບັນຫາທະເລໝູ່ເກາະ, ເຂດຊາຍແດນ ແລະບັນດາການເຄື່ອນໄຫວໂຄສະນາບັນດາເຫດການສຳຄັນ, ຍາດແຍ່ງການສະຫນັບສະຫນູນຈາກປະຊາຄົມຊາວຫວຽດນາມ ອາໄສຢູ່ ຕ່າງປະເທດ, ຈາກປະຊາຊົນໂລກ, ເພື່ອນມິດສາກົນ, ລະດົມບັນດາແຫລ່ງກຳລັງຮັບໃຊ້ກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ບົນເວທີສາກົນ.”

ຕອບກັບ

ຂ່າວ/ບົດ​ອື່ນ