ເບິ່ງແຍງດູແລ, ປົກປ້ອງສິດ ແລະ ຜົນປະໂຫຍດໃຫ້ແກ່ພະນັກງານຍິງ.

 ເບິ່ງແຍງດູແລ, ປົກປ້ອງສິດ ແລະ ຜົນປະໂຫຍດໃຫ້ແກ່ພະນັກງານຍິງ. - ảnh 1
ພິທີລົງນາມໂຄງການສົມທົບຈັດຕັ້ງການເຄືອນໄຫວໃນພະນັກງານຍິງ
ພາບ:congdoanvn.org.vn


(vovworld) -  ຕອນ​ບ່າຍ​ວັນ​ທີ 24/4 ຢູ່ ​ຮ່າ​ໂນ້ຍ, ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ແລະ ສະຫະພັນ​ແມ່ຍິງ ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ໂຄງການ​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ພະນັກງາ​ນ, ລັດຖະກອນ ​ແລະ ກຳມະກອນຍິງ ​ ​ໄລຍະ 2012 - 2017. ຕາມ​ນັ້ນ​ແລ້ວ, ສອງ​ຝ່າຍ​ໄດ້​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ​ໝາກຜົນ​ຂອງ​ກອງ​ປະຊຸມ​ໃຫຍ່ ​ແລະ ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ແມ່ຍິງ​ທົ່ວ​ປະ​ເທດ​ຄັ້ງທີ XI, ສົມທົບ​ກັນຊີ້​ນຳ​ຈັດ​ຕັ້ງບັນດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ມຸ່ງ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ກຳ​ມະ​ບານ​ຂັ້ນ​ຕ່າງໆ ​ແລະ ກອງ​ປະຊຸມ​ໃຫຍ່​ກຳມະບານ​ ຫວຽດນາມ ຄັ້ງ​ທີ XI. ສອງ​ຝ່າຍ​ຕັ້ງຫນ້າ​ສົມທົບ​ກັນ​ໃນ​ວິວັດ​ການ​ເຂົ້າຮ່ວມ​ການ​ສ້າງ, ​ປັບປຸງ, ເພີ່ມ​ເຕີມ​​ນະ​ໂຍບາຍ​ກົດໝາຍ​ກ່ຽວຂ້ອງ​ເຖິງ​ຄົນ​ງານ​ຍິງ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ນະ​ໂຍບາຍ​ວຽກ​​ເຮັດ​ງານ​ທຳ, ປະກັນ​ສັງຄົມ, ປະກັນ​ສຸຂະພາບ, ອາ​ຍຸພັກ​ກິນ​ເບ້ຍ​ບຳນານ, ​ເຮືອ​ນຢູ່, ຊີ​ວິດການ​ເປັນ​ຢູ່​ໃຫ້​ແກ່​ກຳມະກອນ​​ຢູ່​ບັນດາ​ເຂດ​ອຸດສາຫະກຳ. ສະຫະພັນ​​ໃຫຍ່​ແຮງ​ງານ ຫວຽດນາມ ຈະ​ສືບ​ຕໍ່ ສົມທົບ​ກັບ​ສູນ​ກາງ​ສະຫະພັນ​ແມ່ຍິງ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ “ການ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວວຽກງານ​ແມ່ຍິງ​ຢູ່​ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ຜະລິດ​ສົ່ງ​ອອກ” ​ເພື່ອ​ຫນູນ​ຊ່ວຍ​ກຳມະກອນ​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ລາຍ​ຮັບ, ຊີວິດ​ການ​ເປັນ​ຢູ່.

ຂ່າວ/ບົດ​ອື່ນ