ເບິ່ງ​ແຍງ​ດູ​ແລ​ ​ເດັກນ້ອຍ ໃຫ້ດີ​ທີ່​ສຸດ​ນັບ​ທັງ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ

(VOVWORLD) - ທ່ານນາງຮອງປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງພາກພື້ນ ກ່ຽວກັບການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ, ຮັບປະກັນການໜູນຊ່ວຍສັງຄົມ, ໃນນັ້ນມີການເບິ່ງແຍງດູແລເດັກ.
ເບິ່ງ​ແຍງ​ດູ​ແລ​ ​ເດັກນ້ອຍ ໃຫ້ດີ​ທີ່​ສຸດ​ນັບ​ທັງ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ - ảnh 1ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນບ່າຍວັນທີ 7 ທັນວາ, ຢູ່ທຳນຽບປະທານປະເທດ, ສະພາອຸປະຖຳ ກອງທຶນອຸປະກາລະເດັກ ຫວຽດນາມ ປີ 2023 ໄດ້ຈັດກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ, ປະທານສະພາອຸປະຖຳກອງທຶນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຮອງປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງພາກພື້ນ ກ່ຽວກັບການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ, ຮັບປະກັນການໜູນຊ່ວຍສັງຄົມ, ໃນນັ້ນມີການເບິ່ງແຍງດູແລເດັກ. ໃນໄລຍະຜ່ານມາ, ທົ່ວລະບົບການເມືອງ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນໄດ້ສຸມໃສ່ເບິ່ງແຍງດູແລໃຫ້ແກ່ເດັກນ້ອຍ. ວຽກງານໜູນຊ່ວຍເດັກນ້ອຍ ທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກສະພາ. ສະພາຄາດວ່າຈະລະດົມແຫຼ່ງກຳລັງປະມານ 4,6 ລ້ານ USD ເພື່ອຮັກສາບັນດາການເຄື່ອນໄຫວຄື: ຜ່າຕັດຮ້ອຍຍິ້ມ, ໜູນຊ່ວຍການກໍ່ສ້າງ, ໜູນຊ່ວຍລົດຖີບ, ສະໜອງທຶນການສຶກສາ, ນ້ຳນົມ, ການໜູນຊ່ວຍຕ່າງໆຕາມຄວາມຮຽກຮ້ອງຂອງຜູ້ອຸປະຖຳ…

ຕອບກັບ

ຂ່າວ/ບົດ​ອື່ນ