ເບລາຣຸດຮັບຮອງເອົາFTAລະຫວ່າງສະຫະພັນເສດຖະກິດອາຊີ-ເອີລົບກັບຫວຽດນາມຢ່າງເປັນທາງການ

ເບລາຣຸດຮັບຮອງເອົາFTAລະຫວ່າງສະຫະພັນເສດຖະກິດອາຊີ-ເອີລົບກັບຫວຽດນາມຢ່າງເປັນທາງການ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 31/05, ທ່ານ​ປະທານາທິບໍດີ ​ເບ​ລາຣຸດ Alexander Lukashenko ​ໄດ້​​ເຊັນ​ບົດ​ບັນຍັດ​ຮັບ​ຮອງ​ເອົາ​ສັນ​ຍາການ​ຄ້າ​ເສລີ (FTA) ລະຫວ່າງ​ສະຫະພັນ​ເສດຖະກິດ ອາຊີ - ​ເອີ​ລົບ (EAEU - ລວມມີ ລັດ​ເຊຍ, ​ເບ​ລາຣຸດ, ກາ​ຊັກ​ສະຖານ, ​ອາກ​ເມ​ເນຍ, ກຽກກິດ​ສະຖານ) ​ແລະ ຫວຽດນາມ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 25/05 ສະພາ​ຕ່ຳ ​ເບ​ລາຣຸດ ​​ໃຫ້​ສັດຕະຍາບັນ​ຂໍ້​ຕົກລົງ​ດັ່ງກ່າວ. ທ່ານ Alexander Mikhnevic ຮອງ​ລັດຖະມົນຕີ​ຜູ້​ທີ 1 ກະຊວງ​ການ​ຕ່າງປະ​ເທດ ​ເບ​ລາຣຸດ ​ເນັ້ນ​ໜັກ​ວ່າ: ​ເລື່ອ​ງ​ໃຫ້​ສັດ​ຕະຍາ​ບັນ ​ແລະ ປະຕິບັດ FTA ດັ່ງກ່າວ ຈະ​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ - ການ​ຄ້າ​ລະຫວ່າງ ​ເບ​ລາຣຸດ ​ແລະ ຫວຽດນາມ, ປັບປຸງ​ທີ່​ຕັ້ງ ​ແລະ ຫັນ​ສິນຄ້າ​ສົ່ງ​ອອກ​ຂອງ ​ເບ​ລາຣຸດ ເປັນ​ຫລາຍ​ຮູບ​ຫລາຍ​ແບບ​​ໃນ​ຕະຫລາດ ຫວຽດນາມ.

        ນິ້​ແມ່ນ FTA ສະບັບທຳ​ອິດ​ລະຫວ່າງ EAEU ກັບຄູ່​ຮ່ວມ​ມືທີ 3. ສັນຍາ​ນີ້ ​ໄດ້​ຮັບ​ການ​ລົງ​ນາມ​ຢູ່ Burabay ປະ​ເທດກາ​ຊັກ​ສະຖານ ​​ເມື່ອ​ວັນທີ 29/05/2015 ​​​ເພື່ອແນ​ໃສ່​ສ້າງ​ເງື່ອນ​ໄຂສະດວກ​ໃຫ້​ແກ່​ດ້ານການ​ຄ້າ ​ແລະ ການ​ລົງທຶນ​ລະ​ຫວ່າງ 2 ຝ່າຍ.

ຂ່າວ/ບົດ​ອື່ນ