ເປີດ​ກ້​ວາງ, ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​​ເລິກ​ເຊິ່ງ​ກ່​ວາ​ອີກ

(VOVWORLD) -ຕອນຄ່ຳວັນທີ 7 ຕຸລາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ອາເມລິກາ.
ເປີດ​ກ້​ວາງ, ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​​ເລິກ​ເຊິ່ງ​ກ່​ວາ​ອີກ - ảnh 1ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

25 ປີທີ່ຜ່ານມາ, ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາພວມນັບມື້ນັບພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະ ແທດຈິງ, ຈາກດ້ານການເມືອງ, ການຕ່າງປະເທດ, ເສດຖະກິດ, ການຄ້າ… ປີ 2020, ໃນຂະນະທີ່ຫວຽດນາມດຳລົງຕຳແໜ່ງເປັນປະທານອາຊຽນ ແລະ ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາຕ່າງຝ່າຍຕ່າງມີຄວາມສົນໃຈຢູ່ບັນດາເວທີປາໄສໃນພາກພື້ນ ແລະ ສາກົນ. ກ່າວຄຳເຫັນທີ່ພິທີ ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ:

ຍາມໃດຫວຽດນາມກໍ່ຖືອາເມລິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນໃນນະໂຍບາຍການຕ່າງປະເທດຂອງຕົນ. ຍາມໃດພວກຂ້າພະເຈົ້າກໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບອາເມລິກາເປີດກ້ວາງ ແລະ ເຮັດໃຫ້ການພົວພັນຮ່ວມມືຮອບດ້ານໃຫ້ເລິກເຊິ່ງກ່ວາອີກ ແລະ ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງສອງປະເທດຢ່າງມີປະສິດທິຜົນ ແລະ ແທດຈິງ, ກໍ່ຄືສັນຕິພາບ, ການພັດທະນາສະຖຽນລະພາບຂອງພາກພື້ນ ແລະ ທົ່ວໂລກ.

ສ່ວນທ່ານ Daniel kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ ໄດ້ຢັ້ງຢືນວ່າ ການພົວພັນຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ ແລະ ອາເມລິກາພວມພັດທະນາຢ່າງໄວວາ ນຳເອົາຜົນງານດ້ານເສດຖະກິດຫຼາຍຢ່າງມາໃຫ້ທັງສອງປະເທດ. ອາເມລິກາສືບຕໍ່ ແມ່ນຕະຫຼາດສົ່ງອອກໃຫຍທີ່ສຸດຂອງຫວຽດນາມໃນຂະນະທີ່ ຫວຽດນາມແມ່ນໜຶ່ງໃນບັນດາປະເທດສົ່ງອອກເພີ່ມຂຶ້ນໄວທີ່ສຸດຂອງອາເມລິກາ. ທ່ານເນັ້ນໜັກວ່າ:

ເມື່ອຫວນຄືນບັນດາຜົນງານທີ່ດີເດັ່ນຂອງສອງປະເທດໃນໄລຍະທີ່ຜ່ານມາ, ຂ້າພະເຈົ້າອາດເວົ້າວ່າ 25 ປີກ່ອນນີ້ ແມ່ນບໍ່ສາມາດເຮັດໄດ້. ບັນດາສິ່ງທີ່ສອງປະເທດບັນລຸໄດ້ແມ່ນຫຼັກຖານສະແດງໃຫ້ເຫັນວ່າ ພວກເຮົາສາມາດຜ່ານຜ່າຄວາມຄຽດແຄ້ນແທນທີ່ນັ້ນແມ່ນຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄົາລົບນັບຖື ແລະ ການຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ