ເປີດກວ້າງຂອບເຂດຊອກຫາເຮືອບິນ ມາເລເຊຍ ຫາຍສາບສູນ

ເປີດກວ້າງຂອບເຂດຊອກຫາເຮືອບິນ ມາເລເຊຍ ຫາຍສາບສູນ - ảnh 1
ຫວຽດນາມໄດ້​ນຳ​ໃຊ້​ເຮືອບິນ4ລຳໄປຮັບໃຊ້ການຊອກຫາ
ພາບ:dantri.com.vn

 

(vovworld) - ຕາມ​ຫ້ອງການ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ ​ແລ້ວ, ຄາດ​ວ່າ ​ວັນ​ທີ 13/3, ທະຫານ​ອາກາດ ຫວຽດນາມ ຈະ​ນຳ​ໃຊ້​ເຮືອບິນ 3 ລຳ ​ໄປຊອກ​ຫາ​ເຮືອບິນມາເລເຊຍທີ່ຫາຍສາບສູນຢູ່ເຂດ​ທາງ​ທິດ​​ໃຕ້ DK1 ​ເຖິງ​ທາງ​ທິດ​ເຫນືອເຂດກ່າຍກອງລະຫວ່າງ​ຫວຽດນາມ ​ແລະ ມາ​ເລ​ເຊຍ. ຢູ່​ເທິງ​ທະ​ເລ ຈະນຳ​ໃຊ້​ກຳ​ປັ່ນ  7 ລຳ. ກ່ອນ​ຫນ້າ​ນັ້ນ ​ໄລ່​ມາ​ຮອດ​ເວລາ 17 ​ໂມງ ຂອງ​ວັນ​ທີ 12/3, ຫວຽດນາມ ​ໄດ້​ນຳ​ໃຊ້​ເຮືອບິນ 4 ລຳ, ກຳ​ປັ່ນ ປະ​ເພດ​ຕ່າງໆ 9 ລຳ ສືບ​ຕໍ່ຊອກ​ຫາ​ຢູ່​ລຽບ​ຕາມ​ສາຍ​ການບິນ L637 ຈາກ ກົວ​ລາ​ລຳ​ເປີ - ປັກ​ກີ່​ງ ​ເພື່ອ​ເປີດ​ກວ້າງ​ຂອບ​​ເຂດ​ຊອກ​ຫາ. ນອກ​ນັ້ນ ຍັງ​ມີ​ກຳ​ປັ່ນ​ຕື່ມ​ອີກ 4 ລຳ, ​ເຮືອບິນ 4 ລຳ ຂອງ​ບັນດາ​ປະ​ເທດ​ຄື: ຈີນ, ອາ​ເມ​ລິ​ກາ, ມາ​ເລ​ເຊຍ ​ແລະ ​ໄທ ​ເຂົ້າ​ຮ່ວມ​ການ​ຊອກ​ຫາ.

 

 

 

 

 

ຂ່າວ/ບົດ​ອື່ນ