ເປີດການແຂ່ງຂັນຊີງຂັນ Futsal ອາຊີຕາເວັນອອກສ່ຽງໃຕ້ HDBank 2017

(VOVWORLD) -  ຕອນຄ່ຳວັນທີ 27 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນບານເຕະຫວຽດນາມ ໄດ້ສົມທົບກັບ ວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງພິທີເປີດການແຂ່ງຂັນຊີງຂັນ Futsal ອາຊີຕາເວັນອອກສ່ຽງໃຕ້HDBank 2017. 

ເປີດການແຂ່ງຂັນຊີງຂັນ Futsal ອາຊີຕາເວັນອອກສ່ຽງໃຕ້ HDBank 2017 - ảnh 1ຄຸຝຶກຂອງທຶມຊາດ Futsal ຫວຽດນາມ

(ພາບ: VOV)


ຕາມຄະນະຈັດຕັ້ງ ແລ້ວ, ລາງວັນ ຊິງຂັນ Futsal ອາຊີຕາເວັນອອກສ່ຽງໃຕ້ HDBank 2017 ກໍ່ແມ່ນຮອບຄັດເລືອກຂອງ ການຊີງຂັນ Futsal ອາຊີຕາເວັນອອກສ່ຽງໃຕ້ ປີ 2018, 4 ທິມຢືນແຖວໜ້າຈະໄດ້ເຂົ້າຮ່ວມການແຂ່ງຂັນຊີງຂັນ Futsal ອາຊີຕາເວັນອອກສ່ຽງໃຕ້ ປີ 2018. ພ້ອມກັນນັ້ນ, ລາງວັນກໍ່ແມ່ນບາດກ້າວສ້າງທ່າ ເພື່ອໃຫ້ບັນດາທິມຊາດແຂ່ງຂັນ ມຸ່ງໄປເຖິງຮອບຊິງຊະນະເລີດ Futsal ໂລກປີ 2019.

        ການແຂ່ງຂັນຊີງຂັນ Futsal ອາຊີຕາເວັນອອກສ່ຽງໃຕ້ HDBank 2017 ໄດ້ດຶງດູດການເຂົ້າຮ່ວມຂອງ 9 ທິມຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ໄດ້ແບ່ງເປັນ 2 ສາຍ. ທິມ Futsal ຫວຽດນາມ ນອນໃນສາຍ A ພ້ອມກັບບັນດາທິມ ຂອງ: ຟີລິບປິນ, ອິນໂດເນເຊຍ, ບຣຸໄນ, ມຽນມາ; ສາຍ B ມີ: ໄທ, ລາວ, ມາເລເຊຍ, ຕີມໍ ຕາເວັນອອກ.


ຕອບກັບ

ຂ່າວ/ບົດ​ອື່ນ