ເປີດງານບຸນລະດູບານໃໝ່ປີມະໂລງ 2024

(VOVWORLD) -ຕອນຄ່ຳວັນທີ 26 ມັງກອນນີ້, ຢູ່ຮ່າໂນ້ຍ, ໄດ້ໄຂງານບຸນລະດູ ບານໃໝ່ປີມະໂລງ 2024 ຊຶ່ງດຳເນີນໄປຮອດວັນທີ 1 ກຸມພາ
ເປີດງານບຸນລະດູບານໃໝ່ປີມະໂລງ 2024 - ảnh 1 ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຕະກວາງດົງ ກ່າວໄຂງານບຸນລະດູບານໃໝ່ປີມະໂລງ 2024

      ງານບຸນລະດູບານໃໝ່ປີມະໂລງ 2024 ມີບັນດາຮ້ານວາງສະແດງບັນດາຜະລິດຕະພັນຂອງໝູ່ບ້ານຫັດຖະກຳຕ່າງໆ.     ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຕະກວາງດົງ ໃຫ້ຮູ້ວ່າ:

       “ງານຕະຫຼາດນັດປີນີ້ມີຫຼາຍຈຸດພິເສດ, ນອກຈາກການແນະນຳບັນດາຜະລິດຕະພັນພິເສດສະເພາະຂອງທ້ອງຖິ່ນແລ້ວ, ຍັງໄດ້ສຸມໃສ່ແນະນຳບັນດາໝູ່ບ້ານອາຊີບຫັດຖະກຳ,ຜ່ານນັ້ນ ກໍເປັນການອະນຸລັກຮັກສາ ແລະ ເສີມຂະຫຍາຍອາຊີບຫັດຖະກຳຂອງຊາດ. ຜ່ານນັ້ນ, ກະຊວງວັດທະນະທຳກໍ່ມຸ່ງໄປເຖິງການພັດທະນາຂະແໜງອຸດສາຫະກຳວັດທະນະທຳໃນປີໜ້າເພື່ອສ້າງຄຸນຄ່າເສດຖະກິດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ