ເປີດງານບຸນຫວຽດນາມ - ຍີ່ປຸ່ນ 2016

ເປີດງານບຸນຫວຽດນາມ - ຍີ່ປຸ່ນ 2016 - ảnh 1
ງານບຸນຫວຽດນາມ - ຍີ່ປຸ່ນ 2016
(ພາບອິນເຕີແນັດ)

(vovworld) - ຕອນ​ຄຳ່​ວັນ​ທີ 11/11, ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ​ແລະ ການ​ຄ້າ ຫວຽດນາມ - ຍີ່ປຸ່ນ ຄັ້ງ​ທີ 2 ປີ 2016 ​ໄດ້​ເປີດ​ຢູ່​ນະຄອນ ​ເກິ່ນ​ເທີ. ງານ​ບຸນ​ຫວຽດນາມ - ຍີ່ປຸ່ນ  ຈະ​ດຳ​ເນີນ​ແຕ່​ວັນ​ທີ 11-13/11, ​ໂດຍ​ມີ 70 ຮ້ານ​ວາງສະ​ແດງສິນຄ້າ, ​ໃນ​ນັ້ນ​ມີ 20 ຮ້ານ​ແມ່ນ​ຂອງ​ວິ​ສາ​ຫະກິດ ຍີ່ປຸ່ນທີ່​ຂຶ້ນ​ກັບ​ຂົງ​ເຂດ: ກະສິກຳ, ສິນ​ໃນ​ນ້ຳ, ອຸດສາຫະກຳ, ອຸດສາຫະກຳ​ສຳຮອງ ​ແລະ ບັນດາ​ການ​ບໍລິການ​ອື່ນໆ. ນອກ​ນັ້ນ​ຍັງ​ມີ​ລາຍການ​ສະ​ແດງ​ສິລະ​ປະວັດ​ທະນະ​ທຳ, ກອງ​ປະຊຸມ​ສຳ​ມະ​ນາ​ເຊື່ອມ​ຕໍ່​ດ້ານ​ການ​ຄ້າ​ລະຫວ່າງ​ວິ​ສາ​ຫະກິດ ຍີ່ປຸ່ນ ​ແລະ ບັນດາ​ວິ​ສາ​ຫະກິດ ຫວຽດນາມ. ທ່ານ ​ເຈືອງ​ກວາງ​ຫາຍ​ນາມ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ເກິ່ນ​ເທີ, ​ໃຫ້​ຮູ້​ວ່າ:

        “ວັດທະນະທຳ​ໄດ້​ຮັບ​ຖື​ວ່າ​ແມ່ນ​ພື້ນຖານ​ດ້ານ​ຈິດ​ໃຈ​ຂອງ​ສັງຄົມ, ທັງ​​ແມ່ນ​ຈຸດໝາຍ, ທັງ​ແມ່ນ​ກຳລັງ​ໜູນ​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ. ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ຈະ​ປະກອບສ່ວນ​ຮັກສາ​ຄຸນຄ່າ​ວັດທະນະທຳ ​ແລະ ສີສັນ​ຊາດ, ພ້ອມ​ທັງ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ປັບປຸງ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ຊາດ​ຕ່າງໆ, ​ແມ່ນ​ກຳລັງ​ໜຸນ​ເພື່ອ​ພັດທະນາ​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ປະ​ເທດ​ຕ່າງໆ. ງານ​ບຸນ​ຫວຽດນາມ - ຍີ່ປຸ່ນ ຄັ້ງ​ນີ້​ຈະ​ສ້າງ​ໂອກາດ​ໃຫ້​ປະຊາຊົນ​ນະຄອນ ​ເກິ່ນ​ເທີ ຊອກ​ຮູ້​ວັດທະນະທຳ​ຂອງ ຍີ່ປຸ່ນ ​ແລະ ​ແນະນຳ​​ໃຫ້​ເພື່ອນ​ມິດ ຍີ່ປຸ່ນ​ໄດ້​ຮັບ​ຊາບ​ກ່ຽວ​ກັບວັດທະນະທຳອັນ​ດີງາມ​ຂອງ ​ເກິ່ນ​ເທີ ​ເວົ້າ​ສະ​ເພາະ ​ແລະ ວັດທະນະທຳ ຫວຽດນາມ ​ເວົ້າ​ລວມ, ຈາກ​ນັ້ນ​ຈະ​ປະກອບສ່ວນຊຸກຍູ້​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ“.

 

ຂ່າວ/ບົດ​ອື່ນ