ເປີດງານມະຫາກໍກິລາ Hoi khoe Phu Dong ທົ່ວປະເທດຄັ້ງທີ 8 ປີ 2012

ເປີດງານມະຫາກໍກິລາ Hoi khoe Phu Dong ທົ່ວປະເທດຄັ້ງທີ 8 ປີ 2012 - ảnh 1
( ​ພິທີ​​ເປີດງານ​ມະຫາ​ກໍ​ກິລາ Hoi khoe Phu Dong ທົ່ວ​ປະ​ເທດ​ )

(vovworld) -     ຕອນ​ຄໍ່າ​ວັນ​ທີ 6/8, ຢູ່​ນະຄອນ Can Tho, ​ໄດ້​ຈັດ​ພິທີ​ເປີດງານ​ມະຫາ​ກໍ​ກິລາ Hoi khoe Phu Dong ທົ່ວ​ປະ​ເທດ​ຄັ້ງ​ທີ 8 ປີ 2012. ​ໃນ​ສູນ​ທອນພົດ​ເປີດ​ງານ​ມະຫາ​ກໍ​ກິລາ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ Tran Quang Quy ​ໄດ້​ຍ້ອງຍໍ​ນັກ​ກິລາ​ດີ​ເດັ່ນກວ່າ 6500 ຄົນທີ່​ບັນລຸ​ໄດ້ຜົນ​ງານ​ສູງ​ໃນຂະບວນການ​ແຂງ​ຂັນ​ກິລາ​ຂອງ 63 ​ແຂວງ​ທີ່​ເຂົ້າ​ຮ່ວມການຊິງຫຼຽນທັງໝົດ 476 ຫຼຽນ ຂອງກິລາ 19 ປະເພດ, ທີ່ງານມະຫາກຳກິລາ Hoi khoe Phu Dong ຄັ້ງ​ນີ້. ຕາມ​ທ່ານ​ຮອງ​ລັດຖະມົນຕີ​​ແລ້ວ, Hoi khoe Phu Dong ​ແມ່ນ​ການ​ເຄື່ອນ​ໄຫວ​ສຸດ​ຍອດ​ຂອງ​ຂະ​ບວນການ​ກິລາ​ຢູ່ໃນ​ໂຮງຮຽນເພື່ອ​ຍົກ​ສູງ​ການເຟິກແອບກິລາກາຍຍະກຳເພື່ອສຸຂະພາບ ແລະ ຫຼໍ່ຫຼອມທັດສະນະຄຸນສົມບັດຂອງ​ນັກຮຽນ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ Tran Quang Quy ​ໄດ້​ເນັ້ນ​ໜັກ​ວ່າ.

        “Hoi khoe Phu Dong ດ້ວຍ​ວິ​ວິດ​ການ​ພັດທະນາ​ໃນ​ຕະຫຼອດ 30 ປີຜ່ານມາ ​ໄດ້​ຢືນຢັນ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສຶກສາ​ທີ່​ມີ​ປະສິດ​ທິຜົນ ​ເພື່ອ​ແນ​ໃສ່​ຮັກສາ​ການ​ເຄື່ອນ​ໄຫວ​ດ້ານ​ກິລາ​ໃນ​ໂຮງຮຽນ​ສາມັນໃນ​ທົ່ວ​ປະ​ເທດ, Hoi khoe Phu Dong ​ເພື່ອ​ຍ້ອງຍໍ​ສັນລະເສີນກຳລັງ ປະກອບສ່ວນ​ບຳລຸງ​ສ້າງ​ຄົນ​ເກັ່ງ​ກ້າສາມາດໃຫ້​ແກ່​ປະ​ເທດ​ຊາດ…”

ຂ່າວ/ບົດ​ອື່ນ