ເປີດງານມະຫາກຳກິລາ Hoi khoe Phu Dong ທົ່ວປະເທດຄັ້ງທີ 8 ປີ 2012

ເປີດງານມະຫາກຳກິລາ Hoi khoe Phu Dong ທົ່ວປະເທດຄັ້ງທີ 8 ປີ 2012 - ảnh 1

(ພາບປະກອບ:hkpdtq2012.edu.vn)​

( vovworld ) – ພິທີ​ເປີດ​ງານ​ມະຫາ​ກຳ​ກິລາ Hoi khoe Phu Dong ຊື່​ງ​ແມ່ນງານ​ມະຫາ​ກຳ​ກິລາສຳຫລັບທົ່ວ​ຂະ​ແໜງ​ສຶກສາ ທົ່ວ​ປະ​ເທດ​ຄັ້ງທີ 8 ປີ 2012 ​ໄດ້​ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ຄ່ຳ​ວັນ​ທີ 6/8 ຢູ່​ນະຄອນ Can Tho. ຮອບ​ຊິງ​ຊະນະ​ເລີດ​ງານ​ມະຫາ​ກຳ​ກິລາຄັ້ງນີ້ ດຳ​ເນີນ​ໄປ​ແຕ່​ວັນ​ທີ 26/7-12/8/2012. ​ເຂົ້າຮ່ວມງານ​ມະຫາ​ກຳ​ກິລາ Hoi khoe Phu Dong ທົ່ວ​ປະ​ເທດ​ມີ​ພວກ​ນ້ອງ​ນັກຮຽນ​ໃນ​ເກນ​ອາຍຸ​ແຕ່ 6-17 ປີ ​ແລະ ທຳ​ການ​ແຂ່ງຂັນ​ໃນ​ກິລາ 19 ປະ​ເພດ​ຄື: ​ແລ່ນ ​ແລະ ລານ, ລອຍນ້ຳ, ຫຼີ້ນໝາກຮຸກ, ມວຍ​ກາຣາ​​ເຕ, ​​ເທັກ​ຄອນໂດ, ວໍ​ວີນາມມວຍ​ຫວຽດນາມມ, ຢູ​ໂດ…. ກ່ອນ​ໜ້ານັ້ນຄື​ໃນ​ວັນ​ທີ 5/8, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ໄປ​ກວດກາ​ເຂດ​ກິລາ​ໃນ​ນ້ຳ, ສູນແຂ່ງຂັນ​ກິລາ ​ແລະ ສະໜາມກິລາ Can Tho ຊື່​ງ​ແມ່ນ​ແຫ່ງ​ຈັດ​ພິທີເປີດ ​ແລະ ພິທີ​ອັດງານ​ມະຫາ​ກຳ​ກິລາ Hoi khoe Phu Dong ທົ່ວ​ປະ​ເທດ​ຄັ້ງທີ 8. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ຕີ​ລາຄາ​ສູງ​ວຽກ​ງານ​ກະກຽມ​ຂອງ​ຄະນະ​ຈັດຕັ້ງງານ​ມະຫາ​ກຳ​ກິລາ, ຍ້ອງຍໍ​ສັນລະ​ເສີນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ກໍ່​ຄືນະຄອນ Can Tho ​ໃນ​ວຽກ​ງານ​ປະສານ​ສົມທົບ​ກັນ​ກະກຽມ​ຈັດງານ​ມະຫາ​ກຳ​ກິລາ Hoi khoe Phu Dong ທົ່ວ​ປະ​ເທດ​ໃນ​ກ່ວາ 2 ປີຜ່ານມາ.

 

 

ຂ່າວ/ບົດ​ອື່ນ