ເປີດຕົວກອງທຶນການກຸສົນຂອງປະຊາຄົມຊາວຫວຽດນາມອາໄສຢູ່ເອີລົບ

(VOVWORLD) -ຕອນຄ່ຳວັນທີ 12 ມັງກອນ, ສູນຈັດຕັ້ງເຫດການ ຮ່ວາງແທ່ງ, ນະຄອນຫຼວງ Praha, ສ.ເຊັກໂກ ໄດ້ຈັດພິທີສະເໜີຕົວກອງທຶນການກຸສົນ ແລະ ມອບນາມມະຍົດຜູ້ແທນແຫ່ງເມດຕາຈິດ ໃນຂອບເຂດບັນດາການເຄື່ອນໄຫວຂອງລາຍການ ຊຸດເສື້ອຍາວພັນລະຍາຊາວຫວຽດນາມ ທົ່ວເອີລົບ ປີ 2018.
ເປີດຕົວກອງທຶນການກຸສົນຂອງປະຊາຄົມຊາວຫວຽດນາມອາໄສຢູ່ເອີລົບ - ảnh 1 (ເປີດຕົວກອງທຶນການກຸສົນຂອງປະຊາຄົມຊາວຫວຽດນາມອາໄສຢູ່ເອີລົບ)

ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມຢາເຮົ້າ, ຫົວໜ້າຄະນະຈັດຕັ້ງ, ທັງແມ່ນປະທານສະມາຄົມວັດທະນະທຳ, ສິລະປະຫວຽດນາມ ປະຈຳສ.ເຊັກ ເນັ້ນໜັກວ່າ, ເລື່ອງສ້າງຕັ້ງກອງທຶນການກຸສົນ ຂອງລາຍການຊຸດເສື້ອຍາວພັນລະຍາຊາວຫວຽດນາມ ທົ່ວເອີລົບ ເຊິ່ງຜູ້ຕາງໜ້າແມ່ນບັນດາຜູ້ແທນແຫ່ງເມດຕາຈິດ ແມ່ນການເຄື່ອນໄຫວທີ່ແທດຈິງ ເພື່ອແນໃສ່ເຊີດຊູຄວາມງາມຂອງແມ່ຍິງຫວຽດນາມ ຢູ່ເອີລົບ, ເຊິ່ງບໍ່ພຽງແຕ່ງາມພາຍນອກເທົ່ານັ້ນ, ຫາກຍັງມີຄວາມງາມດ້ານຈິດໃຈອີກດ້ວຍ. ທ່ານ ຟ້າມຢາເຮົາ ໃຫ້ຮູ້ວ່າ, ການເຄື່ອນໄຫວບໍລິຈາກຂອງບັນດາຜູ້ແທນແຫ່ງຄວາມເມດຕາຈິດໃນໄລຍະຈະມາເຖິງ ຈະມຸ່ງໄປສູ່ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກໃນປະຊາຄົມຊາວຫວຽດນາມ ອາໄສຢູ່ເອີລົບ ແລະ ຢູ່ບ້ານເກີດເມືອງນອນຫວຽດນາມ. ທ່ານ ຟ້າມຢາເຮົາ, ກ່າວວ່າ.

        “ພວກຂ້າພະເຈົ້າໄດ້ສ້າງແຜນການທັງປີ 2019 ແລະ ບັນດາການເຄື່ອນໄຫວແທດຈິງຢູ່ຫວຽດນາມ ຈຶ່ງຈະໄດ້ຮັບການຜັນຂະຫຍາຍພາຍຫຼັງງວັນບຸນເຕັດ. ລະອຽດແມ່ນ, ໃນວັນທີ 13 ກຸມພາ, ພວກຂ້າພະເຈົ້າຈະໄປມອບເຮືອນແຫ່ງຄວາມເມດຕາຈິດ ຂອງກອງທຶນການກຸສົນຢູ່ແຂວງບັ໊ກນິງ ແລະ ຫຼັງຈາກນັ້ນແມ່ນບັນດາການເຄື່ອນໄຫວບໍລິຈາກອື່ນໆ. ພິເສດແມ່ນເອົາໃຈໃສ່ເຖິງບັນດາເດັກນ້ອຍເຍົາວະຊົນ, ອະນຸຊົນທີ່ເປັນພະຍາດມະເຮັງ ຫຼື ຄົນພິການ”.

ຕອບກັບ

ຂ່າວ/ບົດ​ອື່ນ