ເປີດຕົວປຶ້ມ “ວິໄສທັດຍຸດທະສາດ ແລະ ເຈດຈຳນົງບືນຕົວຂຶ້ນຂອງຊາດ”

(VOVWORLD) -ປຶ້ມລວມມີ 3 ບົດຂຽນຂອງທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ກ່ຽວກັບວຽກງານກະກຽມ, ຈັດຕັ້ງ, ດຳເນີນກອງປະຊຸມໃຫຍ່ ຄະນະພັກທຸກຂັ້ນ ແລະ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ
ເປີດຕົວປຶ້ມ “ວິໄສທັດຍຸດທະສາດ ແລະ ເຈດຈຳນົງບືນຕົວຂຶ້ນຂອງຊາດ” - ảnh 1ພິທີເປີດຕົວປຶ້ມ “ວິໄສທັດຍຸດທະສາດ ແລະ ເຈດຈຳນົງບືນຕົວຂຶ້ນຂອງຊາດ” (ພາບ: TTXVN)

ຕອນບ່າຍວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ໜັງສືພິມເຍິນເຢິນ ໄດ້ສົມທົບກັບສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ຊື້ເທິດ, ໄດ້ພິມຈຳໜ່າຍປຶ້ມທີ່ມີຫົວຂໍ້ວ່າ “ວິໄສທັດຍຸດທະສາດ ແລະ ເຈດຈຳນົງບືນຕົວຂຶ້ນຂອງຊາດ”. ປຶ້ມລວມມີ 3 ບົດຂຽນຂອງທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ກ່ຽວກັບວຽກງານກະກຽມ, ຈັດຕັ້ງ, ດຳເນີນກອງປະຊຸມໃຫຍ່ ຄະນະພັກທຸກຂັ້ນ ແລະ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ  ແລະ ສະໜອງທັດສະນະ, ແນວຄວາມຄິດໃນການຊີ້ນຳ ແລະ ວິທີການສັງເກດໃໝ່ຢ່າງສຸດຈິດສຸດໃຈຂອງຜູ້ນຳພັກ, ລັດ. ປ້ຶມຫົວນີ້ຍັງເລືອກເອົາບາງບົດຂຽນ, ຄຳເຫັນຂອງບັນດານັກຄົ້ນຄ້ວາວິທະຍາສາດ, ພະນັກງານການນຳ, ການບໍລິຫານ ຂອງຜູ້ອ່ານໃນທົ່ວປະເທດ ໄດ້ໄຈ້ແຍກ, ເຮັດໃຫ້ແຈ້ງກໍ່ຄືສະແດງຄວາມເຫັນດີເຫັນພ້ອມ, ຕີລາຄາສູງເນື້ອໃນ, ຄູນຄ່າແນວຄວາມຄິດໃນ 3 ບົດຂຽນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ທີ່ໄດ້ລົງໃນໜັງສືພິມເຍິຍເຢືນ ແລະ ພາຫະນະສື່ມວນຊົນຕ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ