ເປີດຖ້ຽວບິນ ເກິນເທີ - ເວີນດົນ: ເພີ່ມກາລະໂອກາດເຊື່ອມຕໍ່ດ້ານການຄ້າ, ທ່ອງທ່ຽວລະຫວ່າງ 2 ທ້ອງຖິ່ນ

(VOVWORLD) - ຖ້ຽວບິນທຳອິດເຊື່ອມຕໍ່ລະຫວ່າງ ເກິນເທີ ແລະ ເວິນດົນ ຈະບິນທົດລອງ 3 ຖ້ຽວ/ອາທິດ
ເປີດຖ້ຽວບິນ ເກິນເທີ - ເວີນດົນ: ເພີ່ມກາລະໂອກາດເຊື່ອມຕໍ່ດ້ານການຄ້າ, ທ່ອງທ່ຽວລະຫວ່າງ 2 ທ້ອງຖິ່ນ - ảnh 1(ຜູ້ໂດຍສານ ຂອງຖ້ຽວບິນທຳອິດສາຍການບິນ ເວິນດົນ - ເກິນເທີ - ວິນດົນ)

        ວັນທີ 24 ເມສາ, ສະໜາມບິນສາກົນ ເກິນເທີ ໄດ້ສົມທົບກັບພະແນກຄົມມະນາຄົມຂົນສົ່ງນະຄອນ ເກິນເທີ, ບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ ແລະ ບໍລິສັດການບິນ Vietjet Air ຜັນຂະຫຍາຍການຕ້ອນຮັບ ແລະ ຮັບໃຊ້ຜູ້ໂດຍສານ ໃນຖ້ຽວບິນທຳອິດສາຍການບິນ ເວິນດົນ - ເກິນເທີ - ວິນດົນ (ແຂວງ ກວາງນິງ). ເລື່ອງເປີດຖ້ຽວບິນໃໝ່ໄດ້ເປີດກາລະໂອກາດຫຼາຍຢ່າງເພື່ອເຊື່ອມຕໍ່ການທ່ອງທ່ຽວ ແລະ ການແລກປ່ຽນການຄ້າລະຫວ່າງ 2 ທ້ອງຖິ່ນ.

        ທ່ານ ຫງວຽນທຶກຫ້ຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກິນເທີ, ໃຫ້ຮູ້ວ່າ ເລື່ອງເປີດຖ້ຽວບິນລະຫວ່າງ 2 ທ້ອງຖິ່ນແມ່ນມີຄວາມໝາຍສຳຄັນຍິ່ງ ໃນການເຊື່ອມຕໍ່ການແລກປ່ຽນການຄ້າ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ດຶງດູດການລົງທຶນ, ພັດທະນາການທ່ອງທ່ຽວ.

        “ພວກຂ້າພະເຈົ້າຈະສົມທົບກັບແຂວງ ກວາງນິງ ເພື່ອເຮັດແນວໃດຈັດກອງປະຊຸມສົ່ງເສີມການລົງທຶນ ໂຄສະນາກ່ຽວກັບການທ່ອງທ່ຽວຂອງນະຄອນ ເກິນເທີ ແລະ ທັງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຕໍ່ແຂວງ ກວາງນິງ ກໍຄືບັນດາແຂວງທິດຕາເວັນອອກພາກເໜືອ. ພ້ອມທັງ ກໍ່ເຊື່ອມຕໍ່ບັນດາວິສາຫະກິດສົ່ງເສີມການຄ້າ ນຳຜະລິດຕະພັນກະເສດມີມູນຄ່າສູງມາ ກວາງນິງ, ບັນດາແຂວງທາງພາກເໜືອ ແລະ ສົ່ງອອກໄປ ຈີນ”.

        ຖ້ຽວບິນທຳອິດເຊື່ອມຕໍ່ລະຫວ່າງ ເກິນເທີ ແລະ ເວິນດົນ ຈະບິນທົດລອງ 3 ຖ້ຽວ/ອາທິດ ໃນວັນອັງຄານ, ວັນພະຫັດ, ວັນເສົາ, ໃຊ້ເວລາບິນ 2 ໂມງ 20 ນາທີ/ຖ້ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ