ເປີດບັນ​ດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່ ແລະ ສັບ​ປະ​ດາ​ການ​ສະ​ໜອງ - ຄວາມ​ຕ້ອງ​ການ ດ້ານວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ

(VOVWORLD) -ລາຍການມີການເຂົ້າຮ່ວມຂອງ ນັກວິທະຍາສາດ, ວິສາຫະກິດ ທີ່ມີຄວາມຕ້ອງການເຊື່ອມຕໍ່ການລົງທຶນ ແລະ ເຄື່ອນໄຫວການຄົ້ນຄ້ວາວິທະຍາສາດ, ສົ່ງເສີມການຖ່າຍທອດວິທະຍາສາດເຕັກໂນໂລຢີພາຍໃນປະເທດ ແລະ ສາກົນ.
ເປີດບັນ​ດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່ ແລະ ສັບ​ປະ​ດາ​ການ​ສະ​ໜອງ - ຄວາມ​ຕ້ອງ​ການ ດ້ານວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ - ảnh 1ການລົງນາມບົດບັກທຶກຊ່ວຍຈຳລະຫວ່າງກົມນຳໃຊ້ ແລະ ພັດທະນາເຕັກໂນໂລຢີ (ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ) ແລະ ສູນຖ່າຍທອດພູນປັນຍາ ແລະ ໜູນຊ່ວຍການ Starup (ພາບ: hanoimoi.com.vn)

ວັນທີ 24 ທັນວາ, ຢູ່ຮ່າໂນ້ຍ, ສູນຖ່າຍທອດພູມປັນຍາ ແລະ ໜູນຊ່ວຍການເລີ່ມຕົ້ນທຸລະກິດ Starup (ມະຫາວິທະຍາໄລຮ່າໂນ້ຍ) ໄດ້ສົມທົບກັບກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ຈັດພິທີເປີດບັນດາການເຄື່ອນໄຫວເຊື່ອມຕໍ່ ແລະ ສັບປະດາການສະໜອງ - ຄວາມຕ້ອງການ ດ້ານວິທະຍາສາດ ແລະ ເຕັກໂນໂລຢີ.

ລາຍການມີການເຂົ້າຮ່ວມຂອງ ນັກວິທະຍາສາດ, ວິສາຫະກິດ ທີ່ມີຄວາມຕ້ອງການເຊື່ອມຕໍ່ການລົງທຶນ ແລະ ເຄື່ອນໄຫວການຄົ້ນຄ້ວາວິທະຍາສາດ, ສົ່ງເສີມການຖ່າຍທອດວິທະຍາສາດເຕັກໂນໂລຢີພາຍໃນປະເທດ ແລະ ສາກົນ.

ຜ່ານບັນດາການເຄື່ອນໄຫວຂອງ ລາຍການ (ໃນລະຫວ່າງວັນທີ 24 – 26 ທັນວາ), ບັນດາຮາກຖານການສຶກສາມະຫາວິທະຍາໄລ, ສະຖາບັນການຄົ້ນຄ້ວາ, ນັກວິທະຍາສາດ ແລະ ວິສາຫະກິດໄດ້ມີໂອກາດພົບປະ, ເປີດກວ້າງການຮ່ວມມື, ຊຸກຍູ້ການຄົ້ນຄ້ວາວິທະຍາສາດ… ປະກອບສ່ວນນຳວິທະຍາສາດ - ເຕັກໂນໂລຢີຮັບໃຊ້ໃຫ້ແກ່ການດຳລົງຊີວິດ, ການຜະລິດ, ດຳເນີນທຸລະກິດ, ພັດທະນາ ເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ