ເປີດ​ລາຍ​ການ​ວັນ​ຊື້​ສິນ​ຄ້າ​ທາງ​ອອນ​ລາຍ​ໃຫ່​ຍ​ກ່​ວາ​ໝູ່​ໃນ ​ອາ​ຊຽນ ປີ 2021

(VOVWORLD) -ວັນຊື້ສິນຄ້າທາງອອນລາຍໃຫ່ຍກ່ວາໝູ່ໃນ ອາຊຽນ ປີ 2021 ຈະມີ 2 ໝວດການເຄື່ອນໄຫວຕົ້ນຕໍ່ຄື: ການຊື້ເຄື່ອງການຄ້າເອເລກໂຕນິກພາຍໃນປະເທດ ແລະ ການຊື້ເຄື່ອງການຄ້າເອເລກໂຕນິກຂ້າມຊາຍແດນ.
ເປີດ​ລາຍ​ການ​ວັນ​ຊື້​ສິນ​ຄ້າ​ທາງ​ອອນ​ລາຍ​ໃຫ່​ຍ​ກ່​ວາ​ໝູ່​ໃນ ​ອາ​ຊຽນ ປີ 2021 - ảnh 1

 (ພາບ:TTXVN)

   ວັນຊື້ສິນຄ້າທາງອອນລາຍໃຫ່ຍກ່ວາໝູ່ໃນອາຊຽນປີ  2021  (ASEAN Online Sale Day 2021) ໄດ້ເລີ່ມເຄື່ອນໄຫວຢູ່ 10 ປະເທດສະມາຊິກໃນພາກພື້ນ ອາຊຽນ.

   ໂດຍນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 54 ປີແຜ່ງວັນສ້າງຕັ້ງ ອາຊຽນ, ວັນຊື້ສິນຄ້າທາງອອນລາຍໃຫ່ຍກ່ວາໝູ່ໃນ ອາຊຽນ ປີ 2021 ຈະເລີ່ມຕົ້ນຢ່າງເປັນທາງການແຕ່ວັນທີ 8-10 ສິງຫາປີ 2021 ໂດຍ ບຣູໄນ (ປະເທດປະທານອາຊຽນ 2021), ສິງກະໂປ ແລະ ຫວຽດນາມ ເປັນປະທານຮ່ວມ.

   ຄາດວ່າ, ວັນຊື້ສິນຄ້າທາງອອນລາຍໃຫ່ຍກ່ວາໝູ່ໃນ ອາຊຽນ ປີ 2021 ຈະມີ 2 ໝວດການເຄື່ອນໄຫວຕົ້ນຕໍ່ຄື: ການຊື້ເຄື່ອງການຄ້າເອເລກໂຕນິກພາຍໃນປະເທດ ແລະ ການຊື້ເຄື່ອງການຄ້າເອເລກໂຕນິກຂ້າມຊາຍແດນ.

  ພິເສດ, ໃນຂອບເຂດຈັດລາຍການດັ່ງກ່າວ, ຜູ້ບໍລິໂພກຫວຽດນາມ ຫລືບັນດາປະເທດອາຊຽນ ຈະສາມາດຊື້ຢູ່ໃນເວັບໄຊຂອງບັນດາວິສາຫະກິດ, ພື້ນຖານການຄ້າເອເລກໂຕນິກໃຫ່ຍພາຍໃນ ແລະ ຕ່າງປະເທດ ດ້ວຍບັນດາການບຸລິມະສິດສະຫງວນໃຫ້ແກ່ເຫດການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ