ເປີດສະຫລອງຫ້ອງການສະຖານກົງສູນກິຕິມະສັກຂອງຫວຽດນາມຢູ່Monaco

ເປີດສະຫລອງຫ້ອງການສະຖານກົງສູນກິຕິມະສັກຂອງຫວຽດນາມຢູ່Monaco - ảnh 1
ບັນ​ດາ​ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຫລອງ
ພາບ:nhandan

 (vovworld)- ​ ​ ​ ​ພິ​ທີ​ເປີດ​ສະ​ຫລອງງ​ຫ້ອງ​ການ​ສະ​ຖານ​ກົງ​ສູນ​ກິ​ຕິ​ມະ​ສັກ​ຂອງ​ຫວຽດ​ນາມ​ຢູ່Monaco ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 21/4 ຢູ່ Monaco. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ຫງວຽນ​ງອກ​ເຊີນ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ຝ​ລັ່ງ ທັງ​ຮັບຜິດ​ຊອ​ບວຽກ​ງານ​ການ​ທູດ​ຢູ່ Monaco ໄດ້​ອວຍ​ພອນ​ທ່ານ Roland de Rechniewski ໄດ້​ຮັບ​ຕຳ​ແຫນ່ງ​ເປັນ​ຫົວ​ຫ​ນ້າ​ສະ​ຖາ​ນກົງ​ສູນ​ກິ​ຕິ​ມະ​ສັກ​ຫວຽດ​ນາມ​ຢູ່ Monaco ໂດຍ​ລັດ​ຖະ​ບານ​ຫວຽດ​ນາມ ແຕ່ງ​ຕັ້ງ ແລະ ປາດ​ຖະ​ຫນາ​ວ່າ ທ່ານ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຕັ້ງ​ຫນ້າ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ພິ​ເສດ​ແມ່ນ​ຂົວ​ຕໍ່​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກ​ິດ Monaco ມາ​ຊອກ​ຫາ​ຕະ​ຫລາດ​ຫວຽດ​ນາມ. ທ່ານ Gilles Tonelli, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Monaco ໄດ້​ຕີ​ລາ​ຄາ​ວ່າ ເຫດ​ການນີ້​ມີ​ຜົນ​ປະ​ໂຫຍດ​ຕໍ່​ສອງ​ປະ​ເທດ. ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ທ່ອງ​ທ່ຽວ ແລະ ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ແງ່​ຫວັງ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ.

 

 

 

 


ຕອບກັບ

ຂ່າວ/ບົດ​ອື່ນ