ເປີດສະຫຼອງ “ບ່ອນວາງສະແດງປື້ມທີ່ເປັນພາສາ ຝລັ່ງ” ຢູ່ຮ່າໂນ້ຍ

(VOVWORLD) - “ບ່ອນວາງສະແດງປື້ມດ້ວຍພາສາ ຝລັ່ງ” ຢູ່ຫໍສະຫມຸດແຫ່ງຊາດໄດ້ສ້າງຂຶ້ນໂດຍການໜູນຊ່ວຍຂອງອົງການພາສາ ຝລັ່ງ ດ້ວຍຈຳນວນເອກະສານ, ປື້ມທີ່ເປັນພາສາ ຝລັ່ງ ໃນເບື້ອງຕົ້ນແມ່ນກ່ວາ 600 ຫົວ.
ເປີດສະຫຼອງ “ບ່ອນວາງສະແດງປື້ມທີ່ເປັນພາສາ ຝລັ່ງ” ຢູ່ຮ່າໂນ້ຍ 	 - ảnh 1
ເປີດສະຫຼອງ “ບ່ອນວາງສະແດງປື້ມທີ່ເປັນພາສາ ຝລັ່ງ”
(ພາບ:baovanhoa.vn)
 

ຕອນເຊົ້າວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ຫໍສະໝຸດແຫ່ງຊາດ ຫວຽດນາມ ແລະ ອົງການສາກົນ ພາສາຝລັ່ງ (OIF) ໄດ້ເປີດສະຫຼອງ “ບ່ອນວາງສະແດງປື້ມທີ່ເປັນພາສາ ຝລັ່ງ”, ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຮ່ຳຮຽນ ແລະ ຄົ້ນຄ້ວາເອກະສານດ້ວຍພາສາ ຝລັ່ງ ຂອງຜູ້ອ່ານນະຄອນຫຼວງ ຮ່າໂນ້ຍ. “ບ່ອນວາງສະແດງປື້ມດ້ວຍພາສາ ຝລັ່ງ” ຢູ່ຫໍສະຫມຸດແຫ່ງຊາດໄດ້ສ້າງຂຶ້ນໂດຍການໜູນຊ່ວຍຂອງອົງການພາສາ ຝລັ່ງ ດ້ວຍຈຳນວນເອກະສານ, ປື້ມທີ່ເປັນພາສາ ຝລັ່ງ ໃນເບື້ອງຕົ້ນແມ່ນກ່ວາ 600 ຫົວ.

        ໄລຍະຈະມາເຖິງ, ຫໍສະຫມຸດແຫ່ງຊາດ ຫວຽດນາມ ແລະ ອົງການສາກົນ ພາສາຝລັ່ງ ຈະສືບຕໍ່ສົມທົບກັນເພື່ອສ້າງ “ບ່ອນວາງສະແດງປື້ມທີ່ເປັນພາສາ ຝລັ່ງ” ຢູ່ 8 ແຂວງ, ນະຄອນເຊິ່ງລວມມີ: ຫາຍຟ່ອງ, ກ໋ວາງນິງ, ເງະອານ, ແຄ໊ງຮ່ວາ, ເລີມດົ່ງ, ເກີນເທີ, ເບັນແຈ ແລະ ບິ່ງເຢືອງ.

        ກ່າວຄຳເຫັນທີ່ພິທີ, ທ່ານນາງ ເຈິ່ນທິມາຍອ໊ຽນ, ຜູ້ຮັກສາການຫົວໜ້າອົງການຕາງໜ້າສາກົນ ພາສາຝລັ່ງ ພາກພື້ນ ອາຊີ - ປາຊີຟິກ, ເຊື່ອໝັ້ນວ່າ “ບ່ອນວາງສະແດງປື້ມທີ່ເປັນພາສາ ຝລັ່ງ” ຈະປະກອບສ່ວນເຜີຍແຜ່ພາສາ ຝລັ່ງ ຢູ່ ຫວຽດນາມ, ເພື່ອຜົນປະໂຫຍດຂອງປະຊາຊົນ, ຜູ້ຮຽນ, ຄູສອນ ແລະ ຜູ້ນິຍົມພາສາ ຝລັ່ງ.

 

ຕອບກັບ

ຂ່າວ/ບົດ​ອື່ນ