ເປີດ​ສະຫຼອງກິດຈະກຳ​ໂຄງ​ຫຼັງ​ຄາ​ປົກ​ຄຸມ ​ເຂດ​ປູສະ​ນີຍະສະ​ຖານ​ Dien Bien Phu

ເປີດ​ສະຫຼອງກິດຈະກຳ​ໂຄງ​ຫຼັງ​ຄາ​ປົກ​ຄຸມ ​ເຂດ​ປູສະ​ນີຍະສະ​ຖານ​ Dien Bien Phu - ảnh 1
ພາບ: ຂ່າວສານ ຫວຽດນາມ

( vovworld ) –  ວັນ​ທີ 25/4, ຢູ່​ແຂວງ Dien Bien, ປະທານ​ປະ​ເທດ Truong Tan Sang  ​ໄດ້​ເຂົ້າຮ່ວມ​ພິທີ​ເປີດ​ສະຫຼອງ ກິດຈະກຳໂຄງ​ຫຼັງ​ຄາ​ປົກ​ຄຸມ​ເຂດ​ປູສະ​ນີຍະສະ​ຖານ​ປະຫວັດສາດ Dien Bien Phu. ກ່າວ​ຄຳ​ເຫັນ​ທີ່​ພິທີ, ປະທານ​ປະ​ເທດ Truong Tan Sang ​ເນັ້ນໜັກ​ວ່າ ວຽກ​ງານ​ອະນຸລັກ​ຮັກສາ​ບັນດາ​ເຂດ​ປູ​ສະ​ນີຍະສະ​ຖານ​ແມ່ນ​ວຽກ​ງານ​ທີ່​ມີ​ຄວາມ​ໝາຍ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ພະນັກງານ ນັກຮົບ ​ແລະ ປະຊາຊົນ ຫວຽດນາມ 10.000 ຄົນ​ທີ່​ໄດ້​ເສ​ຍສະຫຼະ​ຊີວິດ​ຢູ່​ເຂດ​ດິນ​ແດນ   Dien Bien ​ເພື່ອນຳ​ມາ​ເຊິ່ງ​ໄຊຊະນະ​ທີ່​ປະຊາຊົນ ຫວຽດນາມ ​ແລະ ​ເພື່ອ​ນມິດ​ສາກົນລໍ​ຄອຍ. ກິດຈະກຳນີ້​ໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນ ເພື່ອ​ແນ​ໃສ່​ອະນຸລັກ​ຮັກສາ​ບັນດາ​ວັດຖຸ​ພັນ​ໃນ​​ໄລຍະສົງຄາມຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ​ໃນ​ເວລາ​ຍາວ​ນານ ຢູ່ສະຖານ​ທີ່ 9 ​ແຫ່ງ​ຂຶ້ນ​ກັບ​ຕາ​ແສງ Muong Thanh ​ແລະ Thanh Truong ນະຄອນ ​Dien Bien Phu ​ເພື່ອ​ຮັກສາ​ບັນດາ​ວັດຖຸ​ພັນ​ຂອງ​ກອງທັບ​ຝະຣັ່ງ ຖືກ​ທະຫານ ຫວຽດນາມ ຍຶດໄດ້, ທຳລາຍ​ຄື: ປືນ​ໃຫ່ຍ, ລົດ​ຖັງ ​ແລະ ຊາກ​ເຮືອບິນ. ຍອດ​ຄ່າ​ໃຊ້​ຈ່າ​ຍ​ໃນການ​ກໍ່ສ້າງ​ກິດຈະກຳ​​ແມ່ນປະມານ 5 ຕື້​ດົ່ງ ຊື່ງ​ໄດ້​ຜັນ​ຂະຫຍາ​ຍການ​ກໍ່ສ້າງ​ນັບ​ແຕ່​ວັນ​ທີ 25/2/2012.

 

 

 

ຂ່າວ/ບົດ​ອື່ນ