ເປີດສະຫຼອງຕະຫຼາດນັດໂຄສະນາການຈຳໜ່າຍໝາກລິ້ນຈີ່ ແທັງຮ່າ ແລະ ຜະລິດຕະພັນກະເສດປອດສານພິດ

(VOVWORLD) -ຕອນເຊົ້າວັນທີ 29 ພຶດສະພາ, ຢູ່ ຮ່າໂນ້ຍ ໄດ້ ໄຂ “ຕະຫຼາດນັດໂຄສະນາການຈຳໜ່າຍໝາກລິ້ນຈີ່ ແທັງຮ່າ ແລະ ຜະລິດຕະພັນກະເສດ, ສະບຽງອາຫານປອດສານພິດ ປີ 2020”
ເປີດສະຫຼອງຕະຫຼາດນັດໂຄສະນາການຈຳໜ່າຍໝາກລິ້ນຈີ່ ແທັງຮ່າ ແລະ ຜະລິດຕະພັນກະເສດປອດສານພິດ - ảnh 1ພາບປະກອບ: congthuong.vn

ໂດຍໄດ້ດຳເນີນລະຫວ່າງໃນວັນທີ 29-31 ພຶດສະພາ, ຕະຫຼາດນັດໄດ້ດຶງດູດການເຂົ້າຮ່ວມຂອງຮ້ານວາງສະແດງຂາຍຜະລິດຕະພັນນັບເປັນ 100 ຮ້ານຄື: ໝາກລິ້ນຈີ່ ແລະ ຜະລິດຕະພັນກະເສດທີ່ເປັນເອກະລັກສະເພາະຂອງເມືອງ ແທັງຮ່າ, ແຂວງ ຫ໋າຍເຢຶອງ; ບັນດາຜະລິດຕະພັນກະເສດສິນໃນນ້ຳ, ສິນທະເລ, ສິນຄ້າບໍລິໂພກ, ສະບຽງອາຫານທັນຍາຫານຫຼາຍຮູບຫຼາຍສີ, ອຸດົມສົມບູນຂອງບັນດາທ້ອງຖິ່ນໃນທົ່ວປະເທດ.

ນີ້ແມ່ນການເຄື່ອນໄຫວສົ່ງເສີມການຄ້າກະສິກຳສຳຄັນເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ລະບົບມູນຄ່າໃນການຜະລິດ, ຈຳໜ່າຍຜະລິດຕະພັນກະເສດ, ສະບຽງອາຫານປອດສານພິດລະຫວ່າງສະຫະກອນ, ວິສາຫະກິດຢູ່ບັນດາທ້ອງຖິ່ນກັບຜູ້ອຸປະໂພກບໍລິໂພກຢູ່ນະຄອນຫຼວງ ຮ່າໂນ້ຍ. ຜ່ານນັ້ນ, ຍູ້ແຮງການວຽກງານໂຄສະນາ, ຍົກສູງຄວາມຮັບຮູ້ຂອງຜູ້ອຸປະໂພກບໍລິໂພກກ່ຽວກັບການນຳໃຊ້ບັນດາຜະລິດຕະພັນກະເສດ, ສະບຽງອາຫານປອດສານພິດ.

ຕອບກັບ

ຂ່າວ/ບົດ​ອື່ນ