ເປີດສະຫຼອງວັດ ນາມຕົງ ແຫ່ງທຳອິດຂອງພຸດທະສາສະໜາຫວຽດນາມ ຢູ່ອິນເດຍ

ເປີດສະຫຼອງວັດ ນາມຕົງ ແຫ່ງທຳອິດຂອງພຸດທະສາສະໜາຫວຽດນາມ ຢູ່ອິນເດຍ - ảnh 1
ເປີດສະຫຼອງວັດ ນາມຕົງ ແຫ່ງທຳອິດຂອງພຸດທະສາສະໜາຫວຽດນາມ ຢູ່ອິນເດຍ
(ພາບ: vietnamplus.vn)


(vovworld) – ວັດ ດ້າຍ​ໂລກ, ​ເຊິ່ງ​​ເປັນ​ວັດ ນາມ​ຕົງ ​ແຫ່ງທຳ​ອິດ​ຂອງ​ສະມາຄົມ​ພຸດທະ​ສາສະໜາ​​ຫວຽດນາມ ຢູ່​ປະ​ເທດ​ອິນ​ເດຍ, ຫາ​ກໍ່​ເປີດ​ສະ​ຫຼອງ​ໃນ​ວັນ​ທີ 06/12 ຢູ່​ນະຄອນ Varanasi, ລັດ Andhra Pradesh. ຜູ້ຕາງໜ້າສະມາຄົມ​ພຸດທະ​ສາສະໜາຫວຽດນາມ, ຄະນະ​ສາສະໜາ​ລັດຖະບານ, ສະຖານທູ​ດຫວຽດນາມ ປ​ະຈຳ​ອີນ​ເດຍ, ອຳນາດ​ການ​ປົກຄອງ​ນະຄອນ Varanasi, ພ້ອມ​ກັບ​ພຸດທະສາສະນິກກະ​ຊົນ, ພະສ​ົງສາມະ​ເນນ 10.000 ຄົນ  ​ແລະ​ແຂກ​ຖືກ​ເຊີນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອິຍ​ເດຍ ​ຕົນ​ສິງ​ແທ່ງ ຖື​ວ່າ, ດ້ວຍ​ການ​ພັດທະນາ​ອັນ​ດີງາມ​​ໃນ​ການ​ພົວພັນລະຫວ່າງ​ຫວຽດນາມ - ອິນ​ເດຍ, ວັດ ດ້າຍ​ໂລກ ຈະ​ແມ່ນ​ຈຸດ​ນັດ​ພົບ​ຂອງ​ຊາວ​ຫວຽດນາມ. ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ການ​ເຊື່ອ​ຖື​ຂອງພຸດທະສາສະນິກກະ​ຊົນ​ເທົ່າ​ນັ້ນ, ຫາກ​ຍັງ​ຮັດ​ແໜ້ນ​ນຳ້​ໃຈ​ມິດຕະພາບ​ທີ່​ເປັນມູນ​ເຊື້ອລະຫວ່າງ​ປະຊາຊົນ 2 ປະ​ເທດ​ອີກ​ດ້ວຍ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ​ຕົນ​ສິງ​ແທ່ງ ​ໄດ້​ສະ​ແດງ​ຄວາມຂອບ​ໃຈ​ເຖິງ​ອຳນາດ​ການ​ປົກຄອງ​ນະຄອນ Varanasi, ລັດ Andhra Pradesh ທີ່​ໄດ້​ສະ​ໜັບສະ​ໜູນ ​ແລະ ສ້າງ​ເງື່ອນ​ໄຂ​ຊ່ວຍ​ເຫຼືອ​ການ​ກໍ່ສ້າງ​ວັດ​ຫວຽດນາມ ຢູ່​ນະຄອນ​ບູຣານ ​ແລະ ສັກສິດ​ນີ້.

ຂ່າວ/ບົດ​ອື່ນ