ເປີດສະຫຼອງສູນບຳລຸງສ້າງຊາວຫວຽດນາມທີ່ມີຄວາມເກັ່ງກ້າສາມາດຢູ່ສ.ເຊັກໂກ

ເປີດສະຫຼອງສູນບຳລຸງສ້າງຊາວຫວຽດນາມທີ່ມີຄວາມເກັ່ງກ້າສາມາດຢູ່ສ.ເຊັກໂກ - ảnh 1
(ພາບ​ປະ​ກອບ: thoidai)

(vovworld) –​ ວັນ​ທີ 10/03, ​ສູນບຳ​ລຸງ​ສ້າງ​​ເດັກ​ນ້ອຍ​ຊາວ​ຫວຽດ​ນາມ ​ທີ່ມ​ີ​ຄວາມ​ເກັ່ງ​ກ້າ​ສາ​ມາດ ຕາມ​ມາດ​ຕະ​ຖານ​ເອີ​ລົບ ​ແຫ່ງ​ໜຶ່ງມີ​ຊື່​ວ່າ Talent ເລີ່ມ​ທຳ​ການເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນ Praha, ປະ​ເທດ​ສ.ເຊັກ​ໂກ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ສ້າງ​ຕັ້ງ​ສູນ​ສຶກ​ສາ​ລະ​ດັບ​ສາ​ກົນ​ໄດ້​ຮັບ​ການ​ສ້າງ​ຕ​ັ້ງ​ຢູ່​ສ.ເຊັກ​ໂກ ເພື່ອ​ແນ​ໃສ່​ຄົ້ນ​ພົບ, ບຳ​ລຸງ​​ຂາວ​ຫວຽດ​ນາມ​ທີ່​ມ​ີ​ຄວາມ​​ເກັ່ງ​ກ້າສາ​ມາດ ຈາກ​ຂັ້ນ​ອະ​ນຸ​ບານ​ຕະ​ຫຼ​ອດ​ຮອດ​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ຫຼາຍ​ຂົງ​ເຂດ​ຂອງ​ຊີ​ວິດ. ເມື່ອ​ແລກ​ປ່ຽນ​ກັບ​ນັກ​ຂ່າວ VOV ປະ​ຈຳ Praha, ທ່ານ ຮ່​ວາງ​ດິ່​ງ​ທັ໋ງ, ປະ​ທານ​ສູນ​ກາງ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ສ.ເຊັກ​ໂກ ໃຫ້​ຮູ້​ວ່າ.

      “ຍາມ​ໃດສະ​ມາ​ຄ​ົມ​ຊາວ​ຫວຽດ​ນາມ ກໍ​ຂົນຂວາຍ​ປະ​ຊ​າ​ຄົມ​ຂອງ​ຕົນ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງເຂົ້າ​ປະ​ເທດ​ປະ​ຈຳ​ຖິ່ນ​, ພ້ອມ​ທັງ​ຮັກ​ສາ​ສີ​ສັນ​ຊາດ​ຫວຽດ​ນາມ ຢູ່​ສ.ເຊັກ​ໂກ. ສະ​ນັ້ນ, ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ໄດ້​ສົ່ງ​ເສີມ ແລະ ຊົມ​ເຊີຍຮູບ​ແບບ​​ຄ້າຍຄື​​ກັນ​ນີ້ ເພື່ອ​ເຮັດ​ແນວ​ໃດ​ໃ​ຫ​້​ອະ​ນາ​ຄົດ​ຂອງ​ປະ​ຊາຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ສ.ເຊັກ​ໂກ ນັບ​ມື້​ນັບ​ດີ​ງາມກວ່າ.”

ຂ່າວ/ບົດ​ອື່ນ